ຄວາມປະທັບໃຈວັນວັດທະນະທຳຫວຽດນາມຢູ່ແຂວງ Ismailia, ອີຢິບ

(VOVWORLD) -ວັນທີ 02 ເມສາ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດວັນວັດທະນະທຳຫວຽດນາມ ຢູ່ແຂວງ Ismailia ຂອງອີຢິບ ເພື່ອແນໃສ່ແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ກໍຄືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ຄວາມປະທັບໃຈວັນວັດທະນະທຳຫວຽດນາມຢູ່ແຂວງ Ismailia, ອີຢິບ - ảnh 1 (ຄວາມປະທັບໃຈວັນວັດທະນະທຳຫວຽດນາມຢູ່ແຂວງ Ismailia, ອີຢິບ)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ໂດຮ່ວາງລອງ, ໃຫ້ຮູ້ວ່າ.

        “ນີ້ແມ່ນໜຶ່ງໃນບັນດາເຫດການນອນໃນບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ກອງປະຊຸມສຳມະນາ ແລະ ການຢ້ຽມຢາມຂອງບັນດາການນຳເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ນີ້ແມ່ນເຫດການມີຄວາມໝາຍ ຍ້ອນແຂວງ Ismailia ແມ່ນແຂວງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ພິເສດແມ່ນໃນຂົງເຂດກະສິກຳ. ພວກຂ້າພະເຈົ້າຫວັງວ່າ, ພາຍຫຼັງເຫດການນີ້, ບັນດາເຫດການທີ່ຄ້າຍຄືກັນຈະໄດ້ດຳເນີນຢູ່ແຂວງອື່ນໆຂອງອີຢິບ, ຜ່ານນັ້ນ, ຂໍ້ມູນຂ່າວກ່ຽວກັບຫວຽດນາມ ຈະໄດ້ສົ່ວເຖິງມວນຊົນອີຢິບ ຫຼາຍກວ່າອີກ ແລະ ບົນພື້ນຖານນັ້ນ, ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດອື່ນຄືເສດຖະກິດ, ການຄ້າ ຈະນັບມື້ນັບພັດທະນາກວ່າ.”

        ແລະກໍ່ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ໂດຮ່ວາງລອງ ໄດ້ມີການເຮັດວຽກກັບເຈົ້າແຂວງແຂວງ Ismailia, ທ່ານ Yassin Taher ກ່ຽວກັບຄວາມສາມາດບົດມຊ້ອນໃນການຮ່ວມມືລະຫວ່າງ Ismailia ກັບບັນດາແຂວງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ