ຄວາມປະທັບໃຈໃນລາຍການສະແດງສິລະປະ “ສີສັນຫວຽດນາມ” ຢູ່ນອກແວ
ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ,
ກິລາ ແລະ ທ່ອງທ່ຽວຫວຽດນາມ ເລແຄ໋ງຫາຍ
(ພາບ: baotintuc.vn)
(vovworld) - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫາກໍ່ສົມທົບກັບສະຖານທູດຫວຽດນາມ ປະຈຳນອກແວ ຈັດຕັ້ງລາຍການສະແດງສິລະປະ ແລະ ງານວາງສະແດງຮູບການທີ່ມີຊື່ວ່າ “ສີສັນຫວຽດນາມ” ຢູ່ນະຄອນຫວງ Oslo, ປະເທດນອກແວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດຫວຽດນາມ ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ນອກແວ. ກ່າວຄຳເຫັນໄຂພິທີ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເລແຄ໋ງຫາຍ ເນັ້ນໜັກວ່າ, ຜ່ານໄລຍະກວ່າ 4 ທົດສະວັດແຫ່ງການຮ່ວມມື, ລັດຖະບານ, ປະຊາຊົນ 2 ປະເທດຫວຽດນາມ ແລະ ນອກແວ ໄດ້ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ. ທີ່ພິທີ, ບັນດາເພື່ອນມິດນອກແວ ແລະ ສາກົນ ກໍຄືພໍ່ແມ່ປະຊາຊົນຊາວຫວຽດນາມ ລ້ວນແຕ່ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ລາຍການ “ສີສັນຫວຽດນາມ”. ມີແຂກຖືກເຊີນເຊິ່ງລວມມີບັນດາຜູ້ຕາງໜ້າອົງການຈັດຕັ້ງ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ເພື່ອນມິດນອກແວ, ບັນດາເອກອັກຄະລັດຖະທູດ… ປະມານ 300 ຄົນເຂົ້າຮ່ວມເຫດການນີ້.