ຄວາມຜິດພາດດ້ານເຕັກ ນິກບໍ່ສົ່ງຜົນສະທ້ອນເຖິງ ໝາກຜົນການເລືອກຕັ້ງ ຢູ່ກຳປູເຈຍ

ຄວາມຜິດພາດດ້ານເຕັກ ນິກບໍ່ສົ່ງຜົນສະທ້ອນເຖິງ ໝາກຜົນການເລືອກຕັ້ງ ຢູ່ກຳປູເຈຍ - ảnh 1

(ພາບປະກອບ:voatiengviet.com)

(vovworld)-​​​​​​ຕອນ​ບ່າຍວັນ​ທີ 25/8, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ປະກາດ​ວ່າ: ໝາກຜົນ​ການ​ຊອງເປີດ​ເອກະສານຊື່​ງລວມມີ​ເອກະສານ, ບັດ​ເລືອກ​ຕັ້ງຂອງ​ບັນດາ​ສະຖານ​ທີ່​ເລືອກ​ຕັ້ງທັງ​ໝົດຢູ່ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ 13 ​ແຫ່ງ​ຢູ່​ບໍລິ​ເວນ​ເລືອກ​ຕັ້ງ​ແຂວງ Kratie ຕາມ​ໃບ​ຮ້ອງ​ຟ້ອງ​ຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ບໍ່ສົ່ງ​ຜົນ​ສະທ້ອນ​​ເຖິງໝາກຜົນ​ການ​ເລືອກ​ຕັ້ງສະພາ​​ແຫ່ງ​ຊາດຢູ່ກຳ​ປູ​ເຈຍ ຊຸດ​ທີ 5 ​ເມື່ອ​ວັນ​ທີ 28/7 ຜ່ານ​ມາ. ​ໃນ​ການ​ປະຊຸມ​ຂ່າວ​ທີ່​ສຳນັກງານ​ຂອງ NEC, ທ່ານ​ເລຂາທິການ​ໃຫ່ຍ NEC Tep Nytha ຢືນຢັນ​ວ່າ: ບັນດາ​ຄວາມ​ຜິດພາດນີ້​ບໍ່​ສົ່ງ​ຜົນ​ສະທ້ອນ​ຕໍ່​ໝາກຜົນ​ການ​ເລືອກ​ຕັ້ງ ​ພຽງ​ແຕ່ມີ​ລັກສະນະ​ພາວະ​ວິ​ໄສ​ເທົ່າ​ນັ້ນ ​ແຕ່ NEC ຈະ​ພິຈາລະນາ​​ແລະ ມີ​ມາດ​ຕະການ​ລົງ​ໂທດຢ່າງ​ເຂັ້ມງວດ ​​ສຳລັບ​ບັນດາ​​ບຸກຄົນ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ຜິດພາດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ