ຄວາມມານະພະຍາຍາມ ສັນຕິພາບໃໝ່ຢູ່ຊີຣີ ພາຍຫຼັງຂໍ້ຕົກລົງຢຸດຍິງ ຖືກທຳລາຍ

ຄວາມມານະພະຍາຍາມ ສັນຕິພາບໃໝ່ຢູ່ຊີຣີ ພາຍຫຼັງຂໍ້ຕົກລົງຢຸດຍິງ ຖືກທຳລາຍ - ảnh 1

ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ຊີຣີ ຖືກ​ທຳລາຍ

(ພາບ:viet.rfi.fr)

(VOV)- ວັນ​ທີ 28/10, ຊີຣີ ສືບ​ຕໍ່​ຕົກ​ເຂົ້າສູ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ບັນດາ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ, ການ​ບຸກ​ໂຈມຕີ​ທາງ​ອາກາດ, ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ. ນີ້​ແມ່ນ​ມື້​ທີ 3 ຢ່າງ​ລຽນຕິດ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ໂອກາດ​ງານ​ບຸນ Eid al Adha ຖືກ​ລະ​ເມີດ. ​ໃນ​ສະພາບ​ການ​ທີ່ຂໍ້​ຕົກລົງ​ຢຸດ​ຍິງ​​ເປັນ​ເວລາ 4 ວັນໃນ​ໂອກາດ​ງານ​ບຸນ Eid al Adha ຖືກ​ທຳລາຍ​ໂດຍ​ໄວ​ນັ້ນ, ວົງ​ການ​ນັກ​ການ​ທູດ​ໃຫ້​ຮູ້​ວ່າ: ທູດ​ພິ​ເສດ​ສາກົນ Brahimi ພວມ​ຊອກ​ຫາ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃໝ່​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ໄດ້​ແກ່ຍາວ​ໃນ 19 ​ເດືອນ​ຜ່ານ​ມາ​ຢູ່​ຊີຣີ.

   ຕາມ​ການ​ສະຖິຕິ​ຂອງ​ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ​ຊີຣີ (SOHR) ຊື່​ງມີ​ສຳນັກງານ​ຕັ້ງຢູ່​ປະ​ເທດ​ອັງກິດ, ​ໃນ​ວັນ​ທີ 28/10, ​ໃນ​ທົ່ວ​ເຂດ​ດິນ​ແດນ​ຊີຣີ ມີ​ຢ່າງ​ໜ້ອຍ​ສຸດ 99 ​ຄົນເສຍ​ຊີວິດ, ​ໃນ​ນັ້ນມີ​ທະຫານ 35 ຄົນ, ມື​ປືນ​ຝ່າຍ​ຄ້ານ 35 ຄົນ ​ແລະ ສາມັນ​ຊົນ 30 ຄົນ. ກອງທັບ​ຊີຣີ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ຫາ​ຢ່າງ​ແຮງ​ວ່າ: ບັນດາ​ພາກສ່ວນ​ຫົວຮຸນ​ແຮງ​​ໄດ້​ລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງຮ້າຍ​ແຮງ, ສະນັ້ນ, ກອງທັບ​​ມີໜ້າ​ທີ່​ຕ້ອງ​ບຸກ​ໂຈມ​ຕີ​ “ກຸ່ມ​ກໍ່​ການ​ຮ້າຍ“ ​ນີ້​ຢ່າງ​ຂ້ຽວ​ຂາດ.

ຂ່າວ/ບົດ​ອື່ນ