ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມແລະຝະລັ່ງຍັງໃຫຍ່ຫລວງຢູ່
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸຕ້ອນຮັບ
ທ່ານເອກອັກຄະລັດຖະທູດ ຝະລັ່ງ Bertrand Lortholary
(ພາບ: VGP)
(vovworld) – “ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ ຝະລັ່ງ ຍັງໃຫຍ່ຫລວງຢູ່” ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຝະລັ່ງ Bertrand Lortholary ເນື່ອງໃນໂອກາດທີ່ການເຂົ້າຢ້ຽມຂ່ຳນັບເລີ່ມປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ ໃນຕອນບ່າຍວັນທີ 24/11 ຢູ່ສຳນັກງານລັດຖະບານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ປາດຖະໜາວ່າ ຝະລັ່ງ ຈະມີຫລາຍໂຄງການລົງທຶນເຂົ້າ ຫວຽດນາມ, ກໍ່ຄືເພີ່ມທະວີການຮ່ວມມືກ່ຽວກັບວັດທະນະທຳ, ການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຝະລັ່ງ ຊຸກຍູ້ບັນດາປະເທດ ອີຢູ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ ເພື່ອແນໃສ່ເປີດຕະຫລາດໃໝ່ກ່ຽວກັບການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍ.
ສ່ວນທ່ານເອກອັກຄະລັດຖະທູດ ຝະລັ່ງ Bertrand Lortholary ໃຫ້ຮູ້ວ່າ: ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ ທ່ານຈະຊຸກຍູ້ໂຄງການຊາຍຄາ ຝະລັ່ງ ຢູ່ນະຄອນ ໂຮ່ຈີມິນ ແລະ ໂຮງຮຽນມັດທະຍົມຕອນປາຍ ຝະລັ່ງ ຢູ່ ຮ່າໂນ້ຍ, ກໍ່ຄືການເຄື່ອນໄຫວຮ່ວມມືໃນຂົງເຂດໂທລະພາບ. ທ່ານເອກອັກຄະລັດຖະທູດກໍ່ສະເໜີ 2 ຝ່າຍສົ່ງເສີມ ເພື່ອລົງນາມໂຄງການກໍ່ສ້າງເສັ້ນທາງລົດໄຟໃຕ້ດິນຢູ່ ຮ່າໂນ້ຍ ໂດຍໄວ ຍ້ອນວ່າ ຜົນສຳເລັດຂອງໂຄງການດັ່ງກ່າວແມ່ນສານ ແລະ ເປັນສັນຍາລັກທີ່ສົ່ງເຖິງປະຊາຄົມວິສາຫະກິດ ກ່ຽວກັບຜົນງານແຫ່ງການຮ່ວມມືລະຫວ່າງ 2 ປະເທດ.