(vovworld) - ການພົວພັນລະຫວ່າງປາກິດສຖານ ແລະ ອິນເດຍ ຫາກໍປະກົດສັນຍານເຄັ່ງຕຶງໃໝ່ ເມື່ອວັນທີ 04/06, ອິດສລາມມາບາດ ຮຽກຕົວເຈົ້າໜ້າທີ່ການທູດອິນເດຍທ່ານໜຶ່ງມາ ເພື່ອຄັດຄ້ານເລື່ອງເຈົ້າໜ້າທີ່ການທູດທ່ານໜຶ່ງຂອງປາກິດສຖານ ພ້ອມກັບຜູ້ຂັບລົດຖືກ 2 ຄົນບຸກໂຈມຕີຢູ່ນະຄອນຫຼວງ ນິວເດລີ. ອິດສລາມມາບາດ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງອິນເດຍ ເປີດການສືບສວນຢ່າງຍຸດຕິທຳ ແລະ ຮອບດ້ານໃນທັນທີ່ ເພື່ອລົງໂທດບັນດາຜູ້ບຸກໂຈມຕີເຈົ້າໜ້າທີ່ການທູດ. ຝ່າຍປາກິດສຖານ ຖືວ່າເຫດການດັ່ງກ່າວແມ່ນການລະເມີດສົນທິສັນຍາວຽນ ກ່ຽວກັບລະບອບປົກປ້ອງບັນດາເຈົ້າໜ້າທີ່ການທູດຢ່າງຮ້າຍແຮງ, ສະນັ້ນຮຽກຮ້ອງໃຫ້ ນິວເດລີ ຮັດແໜ້ນບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ເຈົ້າໜ້າທີ່ການທູດຂອງຕົນ. ຕໍ່ໜ້າຄວາມວິຕົກກັງວົນຂອງທ່ານລັດຖະມົນຕີ Jilani ກ່ຽວກັບຄວາມປອດໄພຂອງບັນດາເຈົ້າໜ້າທີ່ການທູດປາກິດສຖານ, ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Khurshid ຢືນຢັນວ່າ ອຳນາດການປົກຄອງອິນເດຍ ຈະຮັດແໜ້ນບັນດາມາດຕະການປ້ອງກັນຄວາມສະຫງົບ ເພື່ອຫຼີກລ້ຽງບໍ່ໃຫ້ເຫດການຄືດັ່ງກ່າວເກີດຂຶ້ນຄືນໃໝ່.