ດ່ານຊາຍແດນ Cilvegozu
ພາບ:thanhnien.com.vn
|
(vovworld)- ວັນທີ 23/7, ພົນທະຫານ ຕວກກີ ຄົນຫນຶ່ງຖືກເສຍຊີວິດ ແລະ ອີກຄົນຫນຶ່ງໄດ້ຮັບບາດເຈັບ ຍ້ອນຖືກລູກປືນທີ່ຍິງຈາກເຂດຊາຍແດນຕິດກັບ ຊີຣີ. ຕາມສຳນັກຂ່າວສານ Anatolia ຂອງ ຕວກກີ ແລ້ວ, ພົນທະຫານດັ່ງກ່າວຖືກເສຍຊີວິດຢູ່ເຂດຊາຍແດນ Kilis. ໃນຂະນະນັ້ນ ສຳນັກຂ່າວ Dogan ໃຫ້ຮູ້ວ່າ: ມີພົນທະຫານ 4 ຄົນຖືກຮັບບາດເຈັບໃນເຫດຍິງປືນເລີ່ມຈາກ ເຂດຫນຶ່ງໂດຍ ກຸ່ມລັດອິດສະລາມ IS ອ້າງຊື່ເອງ ຄວບຄຸມຢູ່ ເຂດຊາຍແດນຂອງ ຊີຣີ. ກໍລະນີດັ່ງກ່າວເກີດຂຶ້ນໃນສະພາວະ ຕວກກີ ໄດ້ປະຕິບັດບັນດາມາດຕະການເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຕິດກັບ ຊີຣີ ພາຍຫລັງເຫດວາງລະເບີດສະຫລະຊີບເມື່ອວັນທີ 20/7 ຢູ່ເທດສະບານ ຊາຍແດນ Suruc ເຮັດໃຫ້ 32 ຄົນຖືກເສຍຊີວິດ. IS ໄດ້ຍອມຮັບແມ່ນຕົວການກໍ່ໃຫ້ເກີດເຫດວາງລະເບີດສະຫລະຊີບດັ່ງກ່າວ.