ຄວາມເຄັ່ງຕຶງຢູ່ເຂດຊາຍແດນໄທ - ກຳປູເຈຍ

ຄວາມເຄັ່ງຕຶງຢູ່ເຂດຊາຍແດນໄທ - ກຳປູເຈຍ - ảnh 1
ພາບປະກອບ (ຈາກ ອີນເຕີເນັດ)

(vovworld) - ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ ​ໄທ - ກຳປູ​ເຈຍ ພວມ​ເພີ່ມ​ຂຶ້ນ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 2/3 ມີ​ນັກ​ເຄື່ອນ​ໄຫວ​ສະຫະພັນ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕໄທ ປະມານ 200 ຄົນ ​ໄດ້ ​ເຕົ້າ​ໂຮມ​ກັນ​ຢູ່​ສະຖານ​ທີ່​ກວດກາ​​ໃນເຂດ​ຊາຍ​ແດນສາກົນ Cham Yeam, ​ເຊິ່ງ​ແມ່ນ​ເຂດ​ນອນ​ລະຫວ່າງ​ແຂວງ ຕຣາດ​ ຂອງ ​ໄທ ​​ແລະ ​​ແຂວງ Koh Kong ຂອງ​ກຳປູ​ເຈຍ, ​ເພື່ອ​ຍົກ​ອອກຂໍ້​ສະ​ເໜີ​ກ່ຽວ​ກັບບັນຫາ​ດິນ​ແດນ. ຕາມ​ທ່ານ Yun Min, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແຂວງ Koh Kong ​ແລ້ວ, ບັນດາ​ນັກ​ເຄື່ອນ​ໄຫ​ວ​ໄທ​ໄດ້​ເຕົ້າ​ໂຮມກັນ​ຢູ່​ທີ່​ນີ້​ໃນ​ເວລາ​ປະມານ 2 ຊົ່ວ​ໂມງ ​ແລະ ​ໄປ​ສຳ​ຫຼວດ​ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ່ 73 ຢູ່​ທີ່​ນີ້. ກຳ​ປູ​ເຈຍ ​ແລະ ​ໄທ ​ໄດ້​ມີ​ການ​ພິພາດ​ກັນ​ກ່ຽວ​ກັບ​ຊາຍ​ແດນ​ຢູ່​ບໍລິ​ເວນ​ພະວິຫານ ປະ​ແຣກ ວີ​​ເຮ​ຍ ພາຍຫຼັງ​ທີ່​ອົງການ UNESCO ຂອງ ສະຫະ​ປະຊາ​ຊາດ ​ໄດ້​ນຳ​ພະ​ວິຫານດັ່ງກ່າວ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​​ໂລກ​ເມື່ອ​​ເດືອ​ນ 7/2008. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ປະ​ເທດ​ໄດ້​ຫຼຸ​ດລົງ​ພາຍຫຼັງ​ທີ່​ພັກ​ເພື່ອ​ໄທ​ຂອງ​ອະດີດ​ນາ​ຍົກ​ລັດຖະມົນຕີ ທັກສິນ ສິນ​ວັດ ຍາດ​ໄດ້​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຢູ່​ໄທ​ເມື່ອ​ເດືອນ 7/2011.

ຂ່າວ/ບົດ​ອື່ນ