ຄວາມເຄັ່ງຕຶງໃນ ແຫຼມເກົາຫຼີພວມ ເພີ່ມທະວີຂຶ້ນ
ສ.ປ.ປ.ເກົາຫຼີ ພວມເປີດກ້ວາງສະຖານທີ່ຍິງລູກສອນໄຟ Tonghae
(ພາບ: AFP)
|
Vovworld- ວັນທີ 7/3, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງ ເອົາມະຕິເພີ່ມທະວີບັນດາມາດຕະການລົງໂທດຕ້ານ ສ.ປ.ປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງກໍລະນີທົດລອງນິວເຄຼຍຄັ້ງທີ 3 ຂອງພຽງຢາງເມື່ອເດືອນ 2 ທີ່ຜ່ານມາ. ມະຕິເລກທີ 2094 ໂດຍອາເມລິກາຍືນສະເໜີ ແລະ ໄດ້ຮັບການຮັບຮອງເອົາຈາກ 15 ປະເທດກຳມະການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ບັງຄັບໃຫ້ບັນດາປະເທດ ແລະ ອົງການຕ່າງໆຕ້ອງຢຸດການຕິດຕໍ່ພົວພັນແລກປ່ຽນດ້ານການເງິນທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟ ກໍຄືສົ່ງອອກອາວຸດຂອງ ສ.ປ.ປ.ເກົາຫຼີ ແລະ ເພີ່ມທະວີການຕິດຕາມກວດກາສຳລັບບັນດານັກການທູດຂອງປະເທດນີ້. ມະຕິດັ່ງກ່າວຍັງສະເໜີໃຫ້ນາໆຊາດຈົ່ງກວດກາເຮືອ, ກຳປັ່ນ ແລະ ເຮືອບິນຂອງ ສ.ປ.ປ.ເກົາຫຼີ ຖ້າຫາກມີຄວາມສົງໄສວ່າ ຂົນສົ່ງສິນຄ້າຖືກຫ້າມ. ມະຕິຍັງຊີ້ແຈ້ງວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະສືບຕໍ່ມີບັນດາມາດຕະການເທົາທີ່ຄວນ ຖ້າຫາກວ່າ ພຽງຢາງດຳເນີນການ ທົດລອງນິວເຄຼຍຫຼືລູກສອນໄຟຄັ້ງໃໝ່.
ພາຍຫຼັງສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິພຽງສອງສາມຊົ່ວໂມງ, ສປປ ເກົາຫຼີ ໄດ້ປະກາດຈະຍົກເລດໂທລະສັບສາຍດ່ວນ ສາຍໜຶ່ງ ແລະ ສັນຍາຢຸດຮົບປີ 1953, ພ້ອມທັງກ່າວເຕືອນຈະມີຫຼາຍມາດຕະການໂຕ້ຕອບຢ່າງແຮງກວ່າອີກ. ກ່ອນນັ້ນ, ສປປ ເກົາຫຼີ ໄດ້ກ່າວເຕືອນຈະດຳເນີນ ”ການບຸກໂຈມຕີດ້ວຍອາວຸດນິວຄະເລຍ” ໃສ່ບັນດາອິດທິກຳລັງທີ່ເປັນປໍລະປັກ. ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ສປຊ Susan Rice ຖືວ່າ, ຄຳນາບຂູ່ຂອງ ສປປ ເກົາຫຼີ ບໍ່ແມ່ນເລື່ອງໃໝ່. ໃນຂະນະນັ້ນ, ໂຄສົກທຳນຽບຂາວ Jay Carney ກໍ່ຢືນຢັນວ່າ, ອາເມລິກາ ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບການນາຍຂູ່ທັງໝົດຂອງ ສປປ ເກົາຫຼີ.
ຕໍ່ໜ້າສະພາບການເຄັ່ງຕຶງຄືດັ່ງກ່າວ, ປະຊາຄົມໂລກຮຽກຮ້ອງໃຫ້ຝ່າຍຕ່າງໆລະງັບໃຈ, ພ້ອມທັງເລັ່ງລັດ ສປປ ເກົາຫຼີ ປະຕິບັດຕາມມະຕິທີ່ຫາກໍ່ຍົກອອກມາ.