ຄວາມເຄັ່ງຕຶງໃນການພົວພັນ ລະຫວ່າງຈີນ - ຍີ່ປຸ່ນ

ຄວາມເຄັ່ງຕຶງໃນການພົວພັນ ລະຫວ່າງຈີນ - ຍີ່ປຸ່ນ - ảnh 1
ກຳປັ່ນລາດຕະເວນຂອງ ຍີ່ປຸ່ນ ແລະ ຈີນ
(ພາບປະກອບ)

(vovworld) – ຕອນ​ເຊົ້າວັນ​ທີ 19/8, ຊາວ ຍີ່ປຸ່ນ 10 ຄົນ​ໄດ້​​ໄປ​ຍັງ​ເກາະ Uotsuri, ທີ່​ຂຶ້ນ​ກັບ​ໝູ່​ເກາະ​ທີ່​ພວມ​​ເກີດ​ການ​ພິພາດ​ກັນ​ເຊິ່ງ ຍີ່​ປຸ່ນ ​ເອີ້ນ​ວ່າ Senkaku ​ແລະ ຈີນ ເອີ້ນ​ວ່າ ​ແຕວຢູຍ ການ​ກະທຳ​ດັ່ງກ່າວ​ຂອງ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ການ​ພົວພັນ​ລະຫວ່າງ ຍີ່ປຸ່ນ ​ແລະ ຈີນ ພວມ​ເຄັ່ງ​ຕຶງ ທີ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ​ທີ່​ພວມ​ມີການ​ພິພາດ​ດັ່ງກ່າວ. ວັນ​ທີ 15/8 ຜ່ານ​ມາ, ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ຍີ່ປຸ່ນ ​ໄດ້​ຈັບຕົວ​ນັກ​ເຄື່ອນ​ໄຫວ​ຊາວ ຈີນ 14 ຄົນ​ຍ້ອນ​ເຫດຜົນ​ວ່າ “​ແຊກ​ແຊງ​ເຂົ້າ​ເຂດ​ນານທະ​ເລ ​ແລະ ​ເຂົ້າ​” ​ເກາະ​ແຫ່ງ​ໜຶ່ງທີ່​ຂຶ້ນ​ກັບ​ໝູ່​ເກາະ​ພວມ​ມີ​ການ​ພິພາດ​ກັນ. ວັນ​ທີ 17/8, ຝ່າຍ ຍີ່ປຸ່ນ ​ໄດ້​​ເນລະ​ທາດ​ບັນດາ​ບຸກຄົນ​ດັ່ງກ່າວ​ອອກ​ຈາກ​ເກາະ​ແຫ່ງ​ນີ້ ​ພາຍຫຼັງ​ທີ່​ທັງ 2 ຝ່າຍ​ມີ​ຖະ​ແຫຼ​ງການ​ຄັດຄ້ານ​ກັນ ທີ່​ກ່ຽວຂ້ອງ​ເຖິງ​ເຫດການ​ດັ່ງກ່າວ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 18/8, ຈີນ ​ໄດ້​ມອບ​ຈົດໝາຍ​ທາງ​ການ​ໃຫ້​ຝ່າຍ ຍີ່​ປຸ່ນ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ນັກ​ເຄື່ອນ​ໄຫວ ຍີ່ປຸ່ນ ປະລະ​ແຜນການ​​​ເຂົ້າ​ມາ​ໝູ່​ເກາະ​ພວມ​ມີ​ການ​ພິພາດ​ກັນ.

ຂ່າວ/ບົດ​ອື່ນ