ຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ

ຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສ​າດ ດ້ວຍ​ຫົວ​ຂໍ້ “ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາດ້ວຍ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ”
(vovworld)- ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ຮ່າ​ໂນ້ຍ, ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ແລະ ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສ​າດ ດ້ວຍ​ຫົວ​ຂໍ້ “ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາດ້ວຍ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ດິງ​ເທ້​ຮິງ ຫົວ​ໜ້າ ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ເນັ້ນ​ໜັກ​ວ່າ :


“  ສະ​ພາບ​ການ​ໂລກ​ໃນ​ປະ​ຈຸ​ບັນ ພວມ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ຍາກ​ທີ່​ຈະ​ຄາດ​ໄວ້​ລວງ​ໜ້າ. ປະ​ເທດ​ຊາດ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ທີ່​ສະ​ດວກ, ແຕ່​ກໍ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ, ຊຶ່ງ​ຮຽກ​ຮ້ອງ​ໃຫ່​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ ຈົ່ງ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​, ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທັງ​ຊາດ, ບັນ​ດາ​ຄຸ​ນ​ຄ່າ​ປະ​ຫວັດ​ສາດ ແລະ ນ້ຳ​ໃຈ​ອະ​ມະ​ຕະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ, ຕັດ​ສິນ​ໃຈ​ຜ່າ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ແບບ​ຍື​ນຍົງ”

 

 

 

 

ຂ່າວ/ບົດ​ອື່ນ