ຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

(VOVWORLD) -ສອງຝ່າຍ ຈະສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານສັນຕິພາບ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ພ້ອມກັນສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດແຫ່ງການສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ໂລກ.

ໂດຍໄດ້ຮັບຄໍາເຊີນຂອງຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ, ຄະນະຜູ້ແທນ ຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ ໂດຍທ່ານ ຟ້າມວັນເຈືອງ ຮອງປະທານຄະນະກໍາມະການ ເປັນຫົວໜ້າຄະນະ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່່າງວັນທີ 24 – 28 ທັນວາ.

ຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1 ການເຮັດວຽກລະຫວ່າງຄະນະກໍາມະການສັນຕິພາບ ແລະ ສາມັກຄີິ ສອງປະເທດ (ພາບ: huunghivietlao.thoidai.com.vn)

ທີ່ການເຮັດວຽກ ກັບຄະນະຜູ້ແທນຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ, ໂດຍທ່ານ ອາລຸນໄຊ ສູນນະລາດ ຮອງປະທານຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ ເປັນຫົວໜ້າຄະນະ, ໃນຕອນບ່າຍວັນທີ 24 ທັນວາ, ທ່ານ ຟ້າມວັນເຈືອງ ໃຫ້ຮູ້ວ່າ ຄະນະກໍາມະການສັນຕິພາບ ແລະ ສາມັກຄີຫວຽດນາມ ຈະຕັ້ງໜ້າກະກຽມ ເພື່ອມີການປະກອບສ່ວນທີ່ດີທີ່ສຸດເຂົ້າໃນຜົນສໍາເລັດ ເມື່ອ ຄະນະກໍາມະການສັນຕິພາບ ແລະ ສາມັກຄີີ ລາວ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມພາກພື້ນ ອາຊີ ຂອງ ສະພາສັນຕິພາບໂລກ ໃນປີ 2019. ທ່ານ ອາລຸນໄຊ ສູນນະລາດ ເຊື່ອໝັ້ນວ່າ ສອງຝ່າຍ ຈະສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານສັນຕິພາບ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ພ້ອມກັນສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດແຫ່ງການສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ໂລກ.

        ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ ໄດ້ເຂົ້າຢ້ຽມຄໍ່ານັບທ່ານຮອງປະທານສະພາແຫ່ງຊາດລາວ ທັງເປັນປະທານຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ ສົມພັນ ແພງຄໍາມີ.


ຕອບກັບ

ຂ່າວ/ບົດ​ອື່ນ