ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ມອບຂອງຂວັນໃຫ້ພະສົງ ແລະ ຊາວເຜົ່າຂະແມ
ເນື່ອງໃນໂອກາດບຸນ Sen Don Ta ປີ 2012
(ພາບ: vtvcantho.vn)
(vovworld) - ວັນທີ 9/10, ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ແລະ ຄະນະພັກແຂວງເຫົ້າຢາງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍໃນວົງການພະສົງ ແລະ ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນ Sen Don Ta ປີ 2012. ນີ້ແມ່ນງານບຸນຕອບບຸນແທນຄຸນປູຍາຕາຍາຍຂອງຊາວເຜົ່າຂະແມ ແລະ ສະແດງຄວາມເຄົາລົບຕໍ່ບັນດາພະສົງ. ຄະນະໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສະມາຄົມສາມັກຄີພະສົງຜູ້ຮັກຊາດແຂວງ ເຫົ້າຢາງ ແລະ ວັດຂະແມ 2 ແຫ່ງ, ມອບຂອງຂວັນໃຫ້ວັດ, 7 ຄອບຄົວໃນເປົ້າໝາຍນະໂຍບາຍ ແລະ 20 ຄອບຄົວຊົນເຜົ່າຂະແມທີ່ທຸກຍາກ ເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນ Sen Don Ta ໃນຄວາມເບີກບານມ່ວນຊື່ນ. ທ່ານ Bui Ngoc Suong ຫົວໜ້າຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ໄດ້ຝາກຄຳອວຍພອນເຖິງບັນດາພະສົງ ແລະ ຊາວເຜົ່າຂະແມທຸກຄົນ ຈົ່ງຕ້ອນຮັບບຸນ Sen Don Ta ໃນຄວາມເບີກບານມ່ວນຊື່ນ, ອົບອຸ່ນ ແລະ ເຕັມໄປດ້ວຍຄວາມສຸກ ກໍ່ຄືຈັດຕັ້ງການເຄື່ອນໄຫວບົນຈິດໃຈປະຢັດ. ທ່ານ Bui Ngoc Suong ຫົວໜ້າຄະນະຊີ້ນຳທິດຕາເວັນຕົກພາກໃຕ້, ເນັ້ນໜັກວ່າ:
”ໃນຕໍ່ໜ້າຕ້ອງມີກົນໄກນະໂຍບາຍສືບຕໍ່ປະຕິບັດອັນເກົ່າ ແຕ່ຕ້ອງເໝາະສົມ, ສ່ວນອັນໃດບໍ່ທັນເໝາະສົມຈະສະເໜີຕໍ່ລັດຖະບານເພື່ອປັບປຸງເພີ່ມເຕີມ. ຜ່ານນັ້ນຈະກະທົບເຖິງຊີວິດຂອງປະຊາຊົນໃນເຂດທົ່ງພຽງແມ່ນ້ຳຂອງເວົ້າລວມ, ພິເສດແມ່ນຊາວເຜົ່າຂະແມ ເພື່ອໃຫ້ຊີວິດຂອງເຂົາເຈົ້ານັບມື້ນັບດີຂຶ້ນ”.
ສ່ວນທ່ານ Su Ly Ve, ຜູ້ວ່າການປະທານສະມາຄົມສາມັກຄີພະສົງຜູ້ຮັກຊາດແຂວງ ເຫົ້າຢາງ ໄດ້ຕາງໜ້າພະສົງ ແລະ ຊາວເຜົ່າຂະແມ ສະແດງຄວາມພາກພູມໃຈທີ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ແລະ ຄະນະພັກແຂວງເຫົ້າຢາງ ໃນໂອກາດບຸນ Sen Don Ta.
ຕອນເຊົ້າວັນທີ 10/10, ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ຈັດຕັ້ງງານພົວປະກັບຊາວເຜົ່າຂະແມ, ແລະ ມອບຂອງຂວັນໃຫ້ພະນັກງານພັກກິນເບ້ຍບຳນານ, ພະນັກງານກຳລັງເຮັດວຽກ, ຜູ້ມີຍົດຖາບັນດາສັກ, ນັກຮຽນ, ນັກສຶກສາ, ພະສົງ, ຄອບຄົວນະໂຍບາຍຊົນເຜົ່າຂະແມຢູ່ບັນດາແຂວງທາງພາກໃຕ້ 700 ຄົນ. ແຫຼ່ງທຶນໃຫ້ແກ່ການເຄື່ອນໄຫວເຫຼົ່ານັ້ນຄາດວ່າຈະຂຶ້ນເຖິງ 450ລ້ານດົ່ງ (ເງິນຫວຽດນາມ).