ຄະນະຊາວໜູ່ມກອມມູນິດໂຮ່ຈິມິນ - ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ເພີ່ມທະວີການຮ່ວມມື
( ພາບປະກອບ )
|
( vovworld ) - ຕອນເຊົ້າວັນທີ 19/3, ສູນກາງຄະນະຊາວໜູ່ມກອມມູນິດໂຮ່ຈິມິນ ແລະ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ ຈັດຕັ້ງພິທີສະຫຼຸບໂຄງການສົມທົບວຽກງານປີ 2011 ແລະ ລົງນາມໂຄງການສົມທົບວຽກງານປີ 2012. ໃນປີ 2011 ທີ່ຜ່ານມາ, ສູນກາງຄະນະຊາວໜູ່ມກອມມູນິດໂຮ່ຈິມິນ ແລະ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ( VNPT ) ໄດ້ຜັນຂະຫຍາຍທົດລອງສະຖານທີ່ນຳໃຊ້ອີນເຕີແນດ 62 ແຫ່ງໃຫ້ແກ່ຊາວໜູ່ມຂອງ 62 ຕາແສງຫຍຸ້ງຍາກດ້ວຍຊື່ວ່າ “ ສູນອີນເຕີແນດຊາວໜູ່ມ ”. ມາຮອດປະຈຸບັນ, ບັນດາສະຖານທີ່ນຳໃຊ້ອີນເຕີແນດຊາວໜູ່ມໄດ້ເລີ່ມເຄື່ອນໄຫວປະກອບສ່ວນໂຄສະນາ, ຍົກສູງຄວາມຮູ້ດ້ານເຕັກໂນໂລຊີແກ່ຊາວໜູ່ມຢູ່ບັນດາຕາແສງຫຍຸ້ງຍາກ, ຮັບໃຊ້ໃຫ້ການພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດດ້ານຈິດໃຈ ແລະ ຄຸນນະພາບຂອງການດຳລົງຊີວິດຢ່າງມີປະສິດທິຜົນ. ທ່ານຮອງຜູ້ອຳນວຍການໃຫຍ່ VNPT ຟານຮ່ວາງດຶກ ໃຫ້ຮູ້ວ່າ.
“ ນີ້ແມ່ນການສົມທົບທີ່ມີຄວາມໝາຍອັນໃຫຍ່ຫຼວງ, ເພາະສະນັ້ນພວກຂ້າພະເຈົ້າຈະທະວີຄູນ ແລະ ພັດທະນາຢູ່ຫຼາຍທ້ອງຖິ່ນຕ່າງໆອີກ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍ່ໃຫ້ຄ່າການບໍລິການເໝາະສົມ ແລະ ມີການສົ່ງເສີມເພື່ອຊ່ວຍເຫຼືອພະນັກງານຄະນະຊາວໜູ່ມ ແລະ ບັນດາກຳລັງໜູ່ມເມື່ອນຳໃຊ້ການບໍລິການຂອງ VNPT, ບໍ່ພຽງແຕ່ເປົ້າໝາຍຢູ່ນະຄອນເທົ່ານັ້ນ, ຫາກໃນປີ 2012 ກໍ່ພວມສຸມໃສ່ໃຫ້ແກ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼິກ ແລະ ໜູນຊ່ວຍກ່ຽວກັບກຳລັງ ແລະ ເຕັກໂນໂລຊີອີກດ້ວຍ. ຜ່ານນັ້ນ, ສ້າງເປັນລັກສະນະຄົບຊຸດກ່ຽວກັບການນຳໃຊ້ເຕັກໂນໂລຊີເຖິງໝູ່ໄວໜຸ່ມຢູ່ເຂດຫ່າງໄກສອກຫຼິກ …”