ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລືຮ່າງ ກົດໝາຍວ່າດ້ວຍການ ຈັດຕັ້ງສະພາແຫ່ງຊາດ
(ພາບ: TTXVN)
(vovworld)- ໂດຍໄດ້ສືບຕໍ່ວາລະປະຊຸມຄັ້ງທີ 28, ຕອນເຊົ້າວັນທີ 16/5, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລື, ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມຂໍ້ທີ 2 ມາດຕາທີ 13 ກົດໝາຍວ່າດ້ວຍສັນຊາດຫວຽດນາມ. ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດເຫັນດີກັບການຮັກສາຈຳນວນສະພາຊົນເຜົ່າ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດຄືປະຈຸບັນ. ກ່ຽວກັບເນື້ອໃນນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ມີຄຳເຫັນວ່າ:
“ຕ້ອງເຮັດແຈ້ງພາລະໜ້າທີ່, ສິດອຳນາດຂອງສະພາຊົນເຜົ່າ ແລະ ບັນດາກຳມາທິການ. ຂ້າພະເຈົ້າຂໍຍົກຕົວຢ່າງຄື: ບົດອະພິປາຍ, ນີ້ແມ່ນສິດທີ່ໃຫ່ຍທີ່ສຸດຕ້ອງຈຳແນກຢ່າງຈະແຈ້ງສິດຂອງທ່ານປະທານກຳມະທິການຄືແນວໃດ, ສິດຂອງກຳມາທິການຄືແນວໃດ. ພາລະ, ໜ້າທີ່ນີ້ຕ້ອງຖືກນຳເຂົ້າຮ່າງກົດໝາຍສະບັບນີ້ ແລະ ພາລະໜ້າທີ່ຕ້ອງມີລາຍລະອຽດ, ຈະແຈ້ງຕື່ມອີກ“./.