ຄະນະປະຈຳສະພາແຫ່ງ ຊາດ ປຶກສາຫາລືແຜນ ຮ່າງສ້າງໂຄງປະກອບພື້ນ ຖານເສດຖະກິດຄືນໃໝ່

ຄະນະປະຈຳສະພາແຫ່ງ ຊາດ ປຶກສາຫາລືແຜນ ຮ່າງສ້າງໂຄງປະກອບພື້ນ ຖານເສດຖະກິດຄືນໃໝ່ - ảnh 1
ການສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແມ່ນ​ວຽກ​ງານ​ຕ້ອງ​ປະຕິບັດ​ເປັນ​ປະຈຳ
(ພາບ: Nguyen Hung)

(vovworld) - ​ແຜນ​ຮ່າ​ງສັງ​ລວມ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ, ປະສິດທິພາບ ​ແລະ ກ​ຳລັງ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ໄດ້ຖືກ​ບັນດາສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດນຳ​ມາ​ປຶກສາ​ຫາລື ​ໃນ​ວາລະ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 19/4. ປະກອບ​ຄຳ​ເຫັນ​​ໃສ່​ແຜນ​ຮ່າງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ຕັກ​ເຕືອນວ່າ: ການສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ຫຼື​ເວົ້າ​ແນວ​ອື່ນ​ແມ່ນ ປ່ຽນ​​ແປງຮູບ​ແບບ​ເສດຖະກິດ ​ແມ່ນ​ວຽກ​ງານ​ຕ້ອງ​ປະຕິບັດ​ເປັນ​ປະຈຳ. ອີງ​ຕາມ​ສະພາບ​ການ​ລະອຽດ ​ເຊິ່ງ​ແຕ່​ລະ​ໄລຍະ​ຄວນ​ມີ​ຮູບ​ການ ​ແລະ ວິທີປະຕິບັດ​ທີ່​ແຕກ​ຕ່າງ​ກັນ, ​ເຖິງ​ວ່າ​ພ້ອມ​ກັນມຸ້ງ​ໄປ​ເຖິງ​ຄາດໝາຍ​ບັນລຸ​ປະສິດທິ​ຜົນ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ສູງ​ກ່ວາກໍ​ຕາມ. ພິ​ເສດ​​ແມ່ນ​ແຜນ​ຮ່າງ​ສັງ​ລວມ, ຄວນ​ມີ​ການ​ຕີ​ລາຄາ​ຢ່າງຮອບດ້ານ​ກ່ຽວ​ກັບຜົນ​ກະທົບ​ຂອງ​ວິວັດ​ການ​ສ້າງ​ໂຄງ​ປະກອບ​​ເຖິງ​ດ້ານ​ເສດຖະກິດ, ສັງຄົມ, ສິງ​ແວດ​ລ້ອມຄືນ​ໃໝ່ (ນັບ​ທັງ​ບັນດາ​ປັດ​ໄຈ​ໃໝ່ຄື: ການ​ປ່ຽນ​​ແປງຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ.​.​.​) ຫົວໜ້າ​ກຳມາ​ທິການ​ການ​ເງິນ - ງົບປະມານສະພາ​ແຫ່ງ​ຊາດ​ຫວຽດນາມ Phung Quoc Hien ສະ​ເໜີ​ໃຫ້​ອົງການ​ຮຽບ​ຮຽງ​ແຜນ​ຮ່າງຈົ່ງ​ເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ໃຫ້​ຈະ​ແຈ້ງລະອຽດ. ບົນ​ທັດສະນະ​ນີ້, ທ່ານ Phung Quoc Hien ​ຖື​ວ່າ: ​ແຜນ​ຮ່າງ​ຄວນ​​​ແນ​ໃສ່ 2 ຈຸດໝາຍ​ຕົ້ນ​ຕໍ່​ນັ້ນ​​ແມ່ນ: ​ເຮັດ​​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ເປັນ​ປົກກະ​ຕິ, ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ​ຢູ່​ໃນ​ລະດັບ​ສູງ​ກ່ວາ, ພ້ອມ​ທັງ, ສ້າງ​​ໂຄງ​ປະກອບ​ເສດຖະກິດ​ລວມ, ​ສ້າງໂຄງ​ປະກອບ​ເສດຖະກິດ​ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຢ່າງ​ເໝາະ​ສົມ. ຫົວໜ້າ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມສະພາ​ແຫ່ງ​ຊາດ​ຫວຽດນາມ Truong Thi Mai ສະ​ເໜີ​ຈົ່ງ​ເຮັດ​​ໃຫ້​​ຈະ​ແຈ້ງ​ກ່ຽວ​ກັບແຫຼ່ງກຳລັງ ​ເພື່ອ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ສິ້ນ​ສຸດ​ວາລະ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໃຫ້​ຮູ້​ວ່າ: ​ແຜນ​ຮ່າງ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ດັບ​ປັບ. ​ເພື່ອ​ມີ​ຂໍ້​ມູນ​ຂ່າວສານ, ພື້ນຖານ​ສ້າງ​ແຜນ​ຮ່າງ​ໃຫ້​ສົມ​ບຸນ​ແບບ, ມີກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຈະ​​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນໃນ​ໄວ​ໆ​ນີ້.

ຂ່າວ/ບົດ​ອື່ນ