ຄະນະປະຈຳສະພາແຫ່ງ ຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍ 2 ສະບັບ
ຫົວໜ້າກຳມາທິການຍຸຕິທຳຂອງ ສະພາແຫ່ງຊາດ Nguyen Van Hien ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ວັນທີ 15/8, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ດຳເນີນກອງປະຊຸມຄັ້ງທີ 10, ເພື່ອປຶກສາຫາລື ກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍ ສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການສະສົມແຫ່ງຊາດ. ປຶກສາຫາລືກ່ຽວກັບຮ່າງກົດໝາຍ ສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສ່ວຍສາອາກອນ, ບັນດາສະມາຊິກໃນຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບກັນໂດຍພື້ນຖານ ກັບບັນດາເນື້ອໃນທີ່ໄດ້ຮັບເອົາ, ອະພິປາຍໃນບົດລາຍງານຂອງກຳມາທິການການເງິນ - ງົບປະມານ. ກ່ຽວກັບການແກ້ໄຂທີ່ມີຕໍ່ການກະທຳລາຍງານຜິດ ຫຼື ເກັບອາກອນຢ່າງຊັກຊ້າ, ມີຫຼາຍຄຳເຫັນຖືວ່າ: ຄວາມຈິງແລ້ວ, ການກຳນົດລະດັບລົງໂທດແມ່ນ 0,05%/ ວັນ ຄືປະຈຸບັນແມ່ນຕຳ່ຫຼາຍ, ພາໄປເຖິງສະພາບການນຳໃຊ້ເງິນເສຍອາກອນຢ່າງຜິດພາດ, ເຮັດໃຫ້ຂາດລາຍຮັບໃຫ້ແກ່ງົບປະມານແຫ່ງລັດ. ບັນດາຜູ້ແທນກໍເປັນເອກະພາບຕໍຂໍ້ກຳນົດ, ເລື່ອງຍົກເວັ້ນ ແລະ ຫຼຸດຜ່ອນອາກອນ ທີ່ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ, ຕໍ່ກຳນົດເວລາເກັບພາສີທີ່ຂຶ້ນກັບສິດອຳນາດຂອງລັດຖະບານ, ສ່ວນເລື່ອງຕໍກຳນົດເວລາເສຍອາກອນທີ່ມີຕໍ່ແຕ່ລະກໍລະນີລະອຽດຄື ກຸ່ມບໍລິສັດ, ບໍລິສັດໃຫຍ່, ວິສາຫະກິດ... ທີ່ຂຶ້ນກັບສິດອຳນາດຂອງນາຍົກລັດຖະມົນຕີ. ກ່ຽວກັບຜົນສັກສິດການປະຕິບັດກົດໝາຍ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ມີຄຳເຫັນວ່າ:
“ນີ້ແມ່ນກົດໝາຍ ປັບປຸງ, ເພີ່ມເຕີມບາງຂໍ້ມາດຕາ ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໃນປະຈຸບັນ. ເຊິ່ງແຕ່ນີ້ຮອດປີ 2014 ແມ່ນບໍ່ເໝາະສົມກັບຈິດໃຈຂອງພວກເຮົາ ແມ່ນສ້າງເງື່ອນໄຂອຳນວຍຄວາມສະດວກ, ແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍວິສາຫະກິດດຳເນີນທຸລະກິດເປັນປົກກະຕິ ແລະ ພັດທະນາການຜະລິດ. ຂ້າພະເຈົ້າຄິດວ່າ, ເພື່ອຮອດວັນທີ 1/7/2013 ກໍແມ່ນຈຸດເວລາເພື່ອຜັນຂະຫຍາຍບັນດາບັນຫາທີ່ພວກເຮົາຕ້ອງການປັບປຸງ.”