ຄະນະປະຈຳສະພາແຫ່ງຊາດຕີລາຄາການຈັດຕັ້ງປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ

(VOVWORLD) - ມາຮອດທ້າຍເດືອນ  ສິງຫາ 2023, ໝາກຜົນການເບີກຈ່າຍເງິນລົງທຶນພັດທະນາແກ່ຍາວຂອງ 3 ໂຄງການບັນລຸປະມານເກືອບ 58,5% ຂອງແຜນການ.
ຄະນະປະຈຳສະພາແຫ່ງຊາດຕີລາຄາການຈັດຕັ້ງປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ - ảnh 1ກອງປະຊຸມຄັ້ງທີ 27
(ພາບປະກອບ: quochoi.vn)

          ໂດຍສືບຕໍ່ລາຍການຂອງກອງປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 13 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບໃບສະເໜີຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການຜັນຂະຫຍາຍ 03 ໂຄງການເປົ້າໝາຍແຫ່ງຊາດໄລຍະ 2021-2023 ແລະ ສະເໜີບັນດາມາດຕະການແກ້ໄຂ, ຍູ້ແຮງລະດັບຄວາມຄືບໜ້າປະຕິບັດບັນດາໂຄງການໃນໄລຍະຈະມາເຖິງ.

          ຕາມບົດລາຍງານຂອງກະຊວງການເງິນ ຫວຽດນາມ ແລ້ວ, ມາຮອດທ້າຍເດືອນ  ສິງຫາ 2023, ໝາກຜົນການເບີກຈ່າຍເງິນລົງທຶນພັດທະນາແກ່ຍາວຂອງ 3 ໂຄງການບັນລຸປະມານເກືອບ 58,5% ຂອງແຜນການ. ເຖິງຢ່າງໃດກໍ່ຕາມ, ແຫຼ່ງທຶນທີ່ຈັດແບ່ງຍັງບໍ່ທັນສອດຄ່ອງກັບເປົ້າໝາຍ, ຄວາມຮຽກຮ້ອງທີ່ໄດ້ວາງອອກ.

          ກ່ອນໜ້ານັ້ນ, ທີ່ກອງປະຊຸມທາງໄກທົ່ວປະເທດ ໂດຍລັດຖະບານຈັດຂຶ້ນໃນທ້າຍເດືອນ  ສິງຫາ ເພື່ອຕີລາຄາການຈັດຕັ້ງປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດແຕ່ປີ 2021 ຮອດປະຈຸບັນ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລຶວກວາງ ໄດ້ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຍົກສູງໜ້າທີ່ຄວາມຮັບຜິດຊອບ, ເດັດດ່ຽວໃນການຊີ້ນຳ, ບໍລິຫານ; ພິເສດ, ເສີມຂະຫຍາຍບົດບາດຂອງຜູ້ນຳໜ້າໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກຂອງແຕ່ລະໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ