ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ສຳມະໂນຄົວ
(ວາລະປະຊຸມທີ 11 ຄະນະປະຈຳສະພາແຫ່ງຊາດ)
(vovworld) - ໂດຍສືບຕໍ່ວາລະປະຊຸມທີ 11, ຕອນເຊົ້າວັນທີ 13/9, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄວາມເຫັນຄັ້ງທຳອິດກ່ຽວກັບຮ່າງກົດໝາຍວ່າດ້ວຍສຳມະໂນຄົວ. ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍສຳມະໂນຄົວ ເພື່ອປະຕິບັດວຽກງານຄຸ້ມຄອງເປັນຢ່າງດີກໍ່ຄືວາງແຜນນະໂຍບາຍພັດທະນາເສດຖະກິດສັງຄົມ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ພ້ອມທັງສ້າງເງື່ອນໄຂສະດວກໃຫ້ປະຊາຊົນປະຕິບັດ ແລະ ປົກປ້ອງສິດ, ຜົນປະໂຫຍດອັນສອບທຳຂອງຕົນ. ຄະນະປະຈຳສະພາແຫ່ງຊາດຖືວ່າ, ມີຂໍ້ກຳນົດຫຼາຍຂໍ້ໃນຮ່າງກົດໝາຍມີການພົວພັນຢ່າງແໜ້ນແຟ້ນເຖິງບັນດາເອກະສານນິຕິກຳອື່ນໆຄື:ກົດໝາຍວ່າດ້ວຍພົນລະເຮືອນ, ກົດໝາຍວ່າດ້ວຍສົມລົດ ແລະ ຄອບຄົວ, ກົດໝາຍວ່າດ້ວຍສັນຊາດ, ກົດໝາຍວ່າດ້ວຍຢູ່ອາໄສ, ກົດໝາຍວ່າດ້ວຍພະນັກງານ; ກົດໝາຍວ່າດ້ວຍ ລັດຖະກອນ, ກົດໝາຍວ່າດ້ວຍລຽງລູກລ້ຽງ…. ດັ່ງນັ້ນຄວນມີການກວດກາ ເພື່ອໃຫ້ກົດໝາຍວ່າດ້ວຍສຳມະໂນຄົວຮັບປະກັນລັກສະນະເອກະພາບ, ຄົບຊຸດ ກັບບັນດາກົດໝາຍດັ່ງກ່າວ.