ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ກ່າວຄຳເຫັນທີ່
ກອງປະຊຸມ
|
(vovworld)- ສືບຕໍ່ກອງປະຊຸມຄັ້ງທີ 8, ຕອນເຊົ້າວັນທີ 16/3, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບບາງບັນຫາໃຫຍ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການມອບໂອນເຕັກໂນໂລຊີ (ສະບັບປັບປຸງ). ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບຫລາຍເນື້ອໃນໃນບົດລາຍງານອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍດັ່ງກ່າວ, ພ້ອມທັງສະເຫນີບັນດາອົງການກ່ຽວຂ້ອງສຳຫລວດກວດກາເພື່ອຮັບປະກັນເປັນເອກະພາບກັບລະບົບກົດໝາຍ, ຮັບປະກັນລັກສະນະຄວາມເປັນໄປ,ລະອຽດ, ຫລີກລ້ຽງການກຳນົດແບບລວມໆ. ທີ່ການວາລະເຮັດວຽກໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາປ່າ (ສະບັບປັບປຸງ) ຄາດວ່າຈະຍື່ນສະເຫນີຕໍ່ສະພາແຫ່ງຊາດເປັນຄັ້ງທຳອິດທີ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຈະມາເຖິງ.