(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ເລື່ອງອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ).
(ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ)
|
ໂດຍສືບຕໍ່ລາຍການຂອງວາລະປະຊຸມຄັ້ງທີ 29, ວັນທີ 09 ມັງກອນ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ເລື່ອງອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ). ນີ້ແມ່ນບັນດາຮ່າງກົດໝາຍສຳຄັນທີ່ສຸດ.
ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍ່ພິຈາລະນາຂໍ້ກຳນົດຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ພິຈາລະນາວຽກງານບຸກຄະລາກອນທີ່ຂຶ້ນກັບສິດອຳນາດ. ສິ້ນສຸດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ມີບົດກ່າວປາໄສອັດວາລະປະຊຸມຄັ້ງທີ 29.