ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລ້ຽງສັດ

(VOVWORLD) -ຕອນເຊົ້າວັນທີ 13 ເມສາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 23, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນເປັນຄັ້ງທຳອິດໃສ່ຮ່າງກົດໝາຍວ່າດ້ວຍການລ້ຽງສັດ.

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລ້ຽງສັດ - ảnh 1 ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລ້ຽງສັດ

(ພາບປະກອບ: quochoi.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີຄວນຄົ້ນຄວ້າລັກສະນະດ້ານກົດໝາຍຂອງບັນຊີລາຍຊື່ສັດລ້ຽງແຕ່ລະປະເພດ, ພິເສດແມ່ນສຳລັບບັນຊີລາຍຊື່ສັດລ້ຽງປະເພດຫາຍາກຕ້ອງໄດ້ຮັບການອະນຸລັກຮັກສາ. ກ່ຽວກັບການຄົ້ນຄວ້າພິຈາລະນາ, ຮັບຮູ້ປະເພດສັດລ້ຽງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ.

      “ຂ້າພະເຈົ້າເຫັນວ່າ ຕ້ອງສືບຕໍ່ກວດກາບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂໍ້ກຳນົດລວມກ່ຽວກັບຫົວອາຫານລ້ຽງສັດ, ມານະພະຍາຍາມໃຫ້ເໝາະສົມກັບກົດໝາຍທີ່ກ່ຽວຂ້ອງກັບທຳນຽມສາກົນ ແລະ ສົນທິສັນຍາສາກົນເຊິ່ງຫວຽດນາມ ເຂົ້າຮ່ວມ. ແຕ່ຕ້ອງຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຫົວອາຫານລ້ຽງສັດ”.

      ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການປູກຝັງ.

ຕອບກັບ

ຂ່າວ/ບົດ​ອື່ນ