(vovworld) - ວັນທີ 4/9, ຄະນະປະຈຳອົງຄະນະພັກນະຄອນຮ່າໂນ້ຍ ໄດ້ດຳເນີນສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມເນື້ອໃນຈິດໃຈມະຕິກອງປະຊຸມສູນກາງຄັ້ງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ຊີ້ແຈ້ງວ່າ ຕ້ອງຊາບຊຶມຄວາມໝາຍ ແລະ ຄວາມສຳຄັນຂອງການປະຕິບັດມະຕິສູນກາງຄັ້ງທີ 4 ເພາະນີ້ແມ່ນສິ່ງທີ່ສັກກະລະບູຊາ, ສຳຄັນຍິ່ງ ບໍ່ພຽງແຕ່ສຳຫຼັບຄະນະປະຈອົງຄະນະພັກຳນະຄອນ ຫຼື ການນຳເທົ່ານັ້ນ ຫາກຍັງສິຫຼັບລະບອບ, ສຳຫຼັບທົ່ວທົ່ວພັກ, ທົ່ວປວງຊົນ ແລະ ພາລະກິດການປະຕິວັດທົ່ວປວງຊົນທັງຊາດອີກດ້ວຍ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍຈິດໃຈທີ່ກົງໄປກົງມາ ແລະ ເຂັ້ມງວດ, ແນນອນວ່າອົງຄະນະພັກນະຄອນຮ່າໂນ້ຍ ຈະປະຕິບັດການສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິ້ຕິຊົມເພື່ອນສະຫາຍບັນລຸປະສິດທິຜົນຢ່າງແທດຈິງ ແລະ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນທົ່ວປະເທດໃນການປະຕິບັດມະຕິສຳຄັນນີ້ຂອງພັກຢ່າງມີໄຊ.