ຄະນະປະຕິບັດງານVOVຢ້ຽມຢາມທະຫານ,ປະຊາຊົນເມືອງເກາະເຈື່ອງຊາ
ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ເປັນຫົວໜ້າຄະນະ, ມີການຢ້ຽມຢາມ ແລະ ເຮັດວຽກກັບທະຫານ ແລະ ປະຊາຊົນໃນເກາະ ເຈື່ອງຊາເລີ໋ນ
(vovworld) – ຕອນບ່າຍວັນທີ 2/12, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ໂດຍທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ເປັນຫົວໜ້າຄະນະ, ມີການຢ້ຽມຢາມ ແລະ ເຮັດວຽກກັບທະຫານ ແລະ ປະຊາຊົນໃນເກາະ ເຈື່ອງຊາເລີ໋ນ, ເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ຮ່ວມເດີນທາງພ້ອມກັບຄະນະມີພົນເຮືອຕີ ດິງຢາເທີດ, ຮັບຜິດຊອບການເມືອງກອງບັນຊາການທະຫານເຮືອ, ຕາງໜ້າໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຄະນະໂຄສະນາສຶກສາສູນກາງ, ຫ້ອງວ່າການລັດຖະບານ, ທະນາຄານ Viettinbank ແລະ ໂຮງໝໍ ແບກມາຍ. ນະທີ່ນີ້, ທ່ານ ຫວູຫາຍ ຕາງໜ້າໃຫ້ພະນັກງານ, ລັດຖະກອນຂອງ VOV ແລະ ຄະນະປະຕິບັດງານ ໄດ້ມອບ: ເຄື່ອງວິທະຍຸ, ເຄື່ອງອຸປະກອນການແພດ ແລະ ວັດຖຸອື່ນອີກຈຳນວນໜຶ່ງໃຫ້ແກ່ພະນັກງານນັກຮົບ.