ຄະນະປະຕິບັດງານອົງການກວດກາລັດຖະບານເຮັດວຽກ
ກັບການນຳແຂວງ Lai Chau
ພາບ:internet
|
(vovword)- ວັນທີ 29/5, ຄະນະປະຕິບັດງານອົງການກວດກາລັດຖະບານ ໂດຍທ່ານ Huynh Phong Tranh ຫົວຫນ້າອົງການດັ່ງກ່າວນຳຫນ້າ ໄດ້ມີການເຮັດວຽກຢູ່ແຂວງ Lai Chau. ຄະນະໄດ້ຮັບຟັງສະພາບການພັດທະນາເສດຖະກິດສັງຄົມຂອງແຂວງໃນປີ 2011, ລາຍງານໝາກຜົນການປະຕິບັດຫນ້າທີ່ວຽກງານກວດກາ, ແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນ 5 ເດືອນຕົ້ນປີ 2012. ສະຫລຸບການເຮັດວຽກ, ຫົວຫນ້າອົງການກວດກາລັດຖະບານ Huynh Phong Tranh ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງແຂວງ Lai Chau ໃນການພັດທະນາເສດຖະກິດສັງຄົມເວົ້າລວມ ແລະ ໃນການເຄື່ອນໄຫວກວດກາ, ແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງເວົ້າສະເພາະ ພ້ອມທັງເນັ້ນຫນັກວ່າ: ແຂວງ Lai Chau ຄວນເອົາໃຈໃສ່ເຖິງວຽກງານສ້າງແຜນການເປັນຈຸດສຸມກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນ, ການລົງທຶນກໍ່ສ້າງ, ຮັບປະກັນຊີວິດການເປັນຢູ່ຢ່າງເປັນປົກກະຕິໃຫ້ແກ່ປະຊາຊົນ, ຮັບປະກັນຄຸນນະພາບການກວດກາ.