ຄະນະປະຕິບັດງານສູນກາງເຮັດວຽກກັບແຂວງກອນຕູມກ່ຽວກັບສະພາບການປະຕິບັດແນວທາງການຕ່າງປະເທດຂອງພັກ

ຄະນະປະຕິບັດງານສູນກາງເຮັດວຽກກັບແຂວງກອນຕູມກ່ຽວກັບສະພາບການປະຕິບັດແນວທາງການຕ່າງປະເທດຂອງພັກ - ảnh 1
ທ່ານ ຮ່ວາງ​ບີ​ງກວນ
photo:vov


(vovworld)- ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ ​ໄຕ​ງວຽນ, ຕອນ​ເຊົ້າ​ວັນ​ທີ 6/9, ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໂດຍ​ທ່ານ ຮ່ວາງ​ບີ​ງກວນ, ກຳມະການ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ນຳ​ຫນ້າ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ກອນ​ຕູມ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ແຂວງ. ທີ່​ການ​ເຮັດ​ວຽກ, ທ່ານ ຮ່ວາງ​ບີ​ງກວນ ຊີ້​ແຈ້ງວ່າ: ​ແຂວງ ກອນ​ຕູມ ມີ​ຍຸດ​ທະ​ສາດ, ​ແຂວງ ຄວນ​ຄຸ້ມ​ຄອງ​ບໍລິ​ເວນ​​ເປັນ​ຢ່າງ​ດີ, ຮັກສາ​ສະຖຽນ​ລະ​ພາບ, ບໍ່​ໃຫ້​ເກີດ​ສະພາບ​ບໍ່​ດີ​ກໍ​ຄື​ກະກຽມ​​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ທຸກ​ກໍລະນີ​​ເກີດ​ຂຶ້ນ. ສຳລັບ​ການ​ພົວພັນ​ກັບ​ບັນດາ​ແຂວງ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື ລາວ ​ແລະ ກຳປູ​ເຈຍ, ​ແຂວງ​ ກອນ​ຕູມ ຄວນ​ຊ່ວຍ​ເຫລືອ​ຢ່າງ​​ສຸດ​ຈິດ​ສຸດ​ໃຈ, ​ແທດ​ຈິງ, ຮັກສາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ບົນ​ຈິດ​ໃຈ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ, ​ໃນ​ນັ້ນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕ່າງປະ​ເທດ​ປະຊາຊົນ.

ຂ່າວ/ບົດ​ອື່ນ