ຄະນະປະຕິບັດງານອະນຸ ກຳມະການເອກະສານ ກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກ ຮັດວຽກຢູ່ເກີນເທີ
(ພາບປະກອບ)
(vovworld)- ຕອນເຊົ້າວັນທີ 5/12, ຄະນະປະຕິບັດງານອະນຸກຳມະການເອກະສານກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໂດຍທ່ານດິງເທຮິງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຜູ້ປະຈຳ ອະນຸກຳມະການເອກະສານ ນຳໜ້າໄດ້ມີການເຮັດວຽກກັບຄະນະປະຈຳພັກນະຄອນເກີນເທີ ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ, ວັດທະນະທຳ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນກັບຕ່າງປະເທດ ແລະ ວຽກງານກໍ່ສ້າງພັກ, ສ້າງລະບອບການເມືອງຂອງອົງຄະນະພັກນະຄອນໃນອາຍຸການ 2010-2015.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດິງເທຮິງ ສະເໜີໃຫ້ຄະນະພັກນະຄອນເກີນເທີ ຈົ່ງສຸມໃສ່ຊີ້ນຳ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດສັງຄົມໃນຊຸມປີຍັງເຫຼືອຂອງອາຍຸການ, ສ້າງນະຄອນເກີນເທີ ກາຍເປັນນະຄອນເຂດທົ່ງພຽງລະດັບຊາດແຫ່ງສີວີໄລ, ທັນສະໄໝ. ຄະນະພັກນະ ຄອນເກີນເທີ ຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອດຶງດູດການລົງທຶນ, ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ, ພັດທະນາກະສິກຳຕາມທິດຍົກສູງຄຸນຄ່າເພີ່ມ ແລະ ໝັ້ນຄົງຕິດພັນກັບການກໍ່ສ້າງຊົນນະບົດໃໝ່./.