ຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຣານຢ້ຽມ ຢາມຫວຽດນາມ
ຄະນະໄດ້ວາງພວງມາລາຢູ່ສຸສານປະທານ ໂຮ່ຈີມິນ
(ພາບ: bqllang.gov.vn)
(vovworld) - ຕອນບ່າຍວັນທີ 20/11, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮິງງອກເຊີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຣານ-ຫວຽດນາມ ໂດຍທ່ານ Hossein Sobhaninia, ກຳມະການຄະນະປະທານສະພາແຫ່ງຊາດ ອີຣານ ທັງເປັນປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຣານ-ຫວຽດນາມ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຮິງງອກເຊີນ ເນັ້ນໜັກວ່າ: ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສະໜັບສະໜູນສ້າງເງື່ອນໄຂຊຸກຍູ້ການຮ່ວມມື ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ ລະຫວ່າງລັດຖະບານ 2 ປະເທດ ເພື່ອບັນດາສັນຍາ, ຂໍ້ຕົກລົງນຳມາເຊິ່ງປະສິດທິຜົນແທດຈິງໃຫ້ທັງ 2 ຝ່າຍ.
ສ່ວນທ່ານ Hossein Sobhaninia ປາດຖະໜາວ່າ: ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ 2 ປະເທດເພີ່ມທະວີການແລກປ່ຽນ, ສະໜັບ ສະໜູນເຊິ່ງກັນ ແລະ ກັນ, ການຮ່ວມມືເພື່ອຜົນປະໂຫຍດລວມຂອງ 2 ປະເທດຢ່າງແໜ້ນແຟ້ນກ່ວາອີກ. ທ່ານ Hossein Sobhaninia ຢັ້ງຢືນວ່າ: ຈະພ້ອມກັບບັນດາສະມາຊິກລັດຖະສະພາຂອງອີຣານ ສືບຕໍ່ປະກອບສ່ວນເຂົ້າໃນການ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.