ຄະນະຜູ້ແທນກະຊວງປ້ອງກັນປະເທດລາຊະອານາຈັກໄທ ຢ້ຽມຢາມຫວຽດນາມ

ຄະນະຜູ້ແທນກະຊວງປ້ອງກັນປະເທດລາຊະອານາຈັກໄທ ຢ້ຽມຢາມຫວຽດນາມ - ảnh 1
(ທ່ານພົນ​ໂທ ຫງວຽນ​ຈິ໋ວິ້ງ)
(vovworld) - ຕອນ​ບ່າຍ​ວັນ​ທີ 14/05, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຜູ້​ແທນ​​ທະຫານ​ຂັ້ນ​ສູງ​ຫວຽດນາມ ​ໂດຍພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​​ແທນ​​ທະຫານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ ​ໂດ​ຍທ່ານ​ພົນ​ເອກ ທະ​ນົງ​ສັກ ອະພິຣັດ​ໂຢທີ​ນ ເລຂາທິການ​ຜູ້​ປະຈຳ​ການກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວໜ້າ​ຄະນະ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຈະ​ເປີດ​​ແງ່​ຫວັງ​ໃໝ່​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມືປ້ອງ​ກັນຊາດ, ຈາກນັ້ນປະກອບສ່ວນ​ສ້າງການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງ 2 ປະ​ເທດ ພວມມຸ້ງ​ໄປ​ເຖິງ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ແລະ ​ພົນ​ເອກ ທະ​ນົງ​ສັກ ອະພິຣັດ​ໂຢທີ​ນ ໄດ້​ເປັນ​ເອກະພາບ​ນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ 2 ປະ​ເທດຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທຸກ​ຂັ້ນ, ບຳລຸງ​ສ້າງ, ​ລາດ​ຕາ​ເວນ​ຮ່ວມ​ບົນ​ທະ​ເລ​, ຊອກ​ຫາ​ກູ້​ໄພ​ກູ້​ຊີບ ​ແລະ ບັນດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ທອງ​ທັບ ​ແລະ ປະຊາ​ສົນ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ.
ຂ່າວ/ບົດ​ອື່ນ