ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ມຽນມາຢ່າງເປັນທາງການ

(VOVWORLD) -ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມນຳຫນ້າ ຈະໄປຢ້ຽມຢາມ ມຽນມາຢ່າງເປັນທາງການ ແຕ່ວັນທີ 1 – 3 ຕຸລາປີ 2017

 ຕາມຄຳເຊີນຂອງນາຍພົນອາວຸໂສ Min Aung Hlaing, ຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ ມຽນມາ. ການຢ້ຽມຢາມມຽນມາ ຂອງທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ມຽນມາ. 

ຕອບກັບ

ຂ່າວ/ບົດ​ອື່ນ