ຄະນະຜູ້ແທນກຳມາທິການການ ຕ່າງປະເທດສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ກຳປູເຈຍ

ຄະນະຜູ້ແທນກຳມາທິການການ ຕ່າງປະເທດສະພາແຫ່ງຊາດຫວຽດນາມ  ເຮັດວຽກຢູ່ກຳປູເຈຍ - ảnh 1

ປະ​ເທດ​ກຳປູ​ເຈຍ

(ພາບ:travel365.com.vn)​

( vovworld ) – ວັນທີ 16/7, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin  ​ແລະ ທ່ານ​ຮອງ​ປະທານ​ຜູ້​ທີ 2 ສະພາ​ສູງກຳປູ​ເຈຍ Tep Ngon ​ໄດ້​ໃຫ້ການ​ຕ້ອນຮັບຄະນະ ຜູ້ແທນກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ​ໂດຍ​ທ່ານ​ Tran Van Hang ຫົວໜ້າກຳມາ​ທິການ​ການ​ຕ່າງປະ​ເທດ​ເປັນ​ຫົວໜ້າ​ຄະນະ ຊື່​ງພວມ​ຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ​ແຕ່​ວັນ​ທີ 14-19/7. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ,  ທ່ານ Tran Van Hang ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ອັນ​ດັບ 1 ​ໃຫ້​ແກ່​ການ​ປັບປຸງ, ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ, ຖື​ວ່າ, ນີ້​ແມ່ນ​ຊັບ​ສົມ​ບັດອັນ​ລ້ຳຄ່າ​ຂອງ​ທັງ​ສອງ​ຊາດທີ່​ຕ້ອງ​ໄດ້​ຮັບ​ການຮັກສາ, ​ເສີມ​ຂະຫຍາຍ ​ແລະ ຖ່າຍ​ທອດ​ໃຫ້​ແກ່​ລຸ້ນຫຼັງ, ​ເພື່ອ​ການ​ພັດທະນາ​ຈະ​ເລີ​ນຮຸ່​ງເຮືອງຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Heng Som Rin ​ສະ​ແດງ​ຄວາມເຊື່​ອໝັ້ນວ່າ, ການ​ຢ້ຽມຢາມຄັ້ງນີ້​ຈະ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​​ປະຊາຊົນສອງປະ​ເທດ​ກຳປູ​ເຈຍ-ຫວຽດນາມ.

 

 

 

 

 

ຂ່າວ/ບົດ​ອື່ນ