ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມໄປໄວ້ອາໄລເຈົ້າຊີວິດໄທ

ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມໄປໄວ້ອາໄລເຈົ້າຊີວິດໄທ - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ, ລັດ​ຫວຽດ​ນາມ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ນຳ​ໜ້າ​ໄດ້​ເຂົ້າ​ໄວ້​ອາ​ໄລ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພູມ ອະ​ດຸນ​ຍະ​ເດດ
(vovworld)- ວັນ​ທີ 28/10, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ, ລັດ​ຫວຽດ​ນາມ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ນຳ​ໜ້າ​ໄດ້​ໄປ​ຮອດ​ນະ​ຄອນຫຼວງ​ບາງກອກ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ເພື່ອ​ໄວ້​ອາ​ໄລ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພູມ ອະ​ດຸນ​ຍະ​ເດດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ວາງ​ພວມ​ມາ​ລາ​ອາ​ໄລ​ຫາ​ເຖິງດວງວິນ​ຍານ​ຂອງ​ພະ​ອົງ ແລະ ຈົດ​ຄຳ​ແບ່ງ​ປັນ​ຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ອາ​ໄລ​ອາ​ວອນໃສ່​ປຶ້ມ​ໄວ້​ອາ​ໄລ.

     ຕອນ​ບ່າຍໃນ​ວັນດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກພ້ອມ​ດ້ວຍ​ຄະ​ນະ​ໄດ້​ຈາກ​ບາງກອກ ກັບ​ຄືນ​ປະ​ເທດ.

ຂ່າວ/ບົດ​ອື່ນ