ຄະນະຜູ້ແທນຂັ້ນສູງລັດຖະບານຢ້ຽມຢາມMozambiqueຢ່າງເປັນທາງການ

ຄະນະຜູ້ແທນຂັ້ນສູງລັດຖະບານຢ້ຽມຢາມMozambiqueຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
(ພາບປະກອບ: TTXVN)


(vovworld) - ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ ນຳ​ໜ້າ ​ໄດ້​ມາ​ຮອດ​ນະຄອນຫຼວງ Muputo, ​ໃນ​ວັນ​ທີ 29/7, ​ເລີ່​ມຕົ້ນ​ການຢ້ຽມຢາມ Mozambique ຢ່າງ​ເປັນ​ທາງ​ການ ​ເປັນ​ເວ​ລາ 3 ວັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາ​ວະລີ​ວິລະ​ຊົນ​ແຫ່ງ​ຊາດ ​ແລະ ​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ​ ປະຈຳ Mozambique. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ ​ເນັ້ນ​ໜັກ​ວ່າ, ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ຄວນ​ເສີມ​ຂະຫຍາຍ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ ​ເນັ້ນ​ໜັກ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຫວຽດນາມ​ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ​ໄປ​ຄຽງ​ຄູ່​ກັບ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ​ແລະ ​ແລກ​ປ່ຽນ​ດ້ານ​ການ​ຄ້າ ກໍ່​ຄື​ປະຕິບັດ​ໜ້າ​ທີ່​ການ​ຕ່າງປະ​ເທດ​ເຊິ່ງພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້, ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ