ທ່ານຮອງປະທານ ສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ຮັບການຕ້ອນຮັບຈາກທ່ານປະທານ ສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງຢ່າງສະໜິດສະໜົມ
|
(vovworld)- ວັນທີ 16/3, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໂດຍທ່ານຮອງປະທານ ສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນິງບີງ. ຄະນະໄດ້ຊອກຮູ້ກ່ຽວກັບຮູບແບບການຈັດຕັ້ງ, ການເຄື່ອນໄຫວຂອງສະພາປະຊາຊົນຢູ່ທ້ອງຖິ່ນ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງ ສະພາປະຊາຊົນແຂວງ, ສາຍພົວພັນລະຫວ່າງ ສະພາປະຊາຊົນແຂວງກັບ ສະພາແຫ່ງຊາດ, ລະຫວ່າງ ສະພາປະຊາຊົນແຂວງ ກັບບັນພະແນກ, ຖະບວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາເມືອງ, ນະຄອນ, ເທດສະບານ. ທ່ານປະທານ ສະພາປະຊາຊົນແຂວງ ນິງບີງ ຫງວຽນຕ້ຽນແທ່ງ ໄດ້ແນະນຳໃຫ້ຄະນະຊາບກ່ຽວກັບບັນດາຫົວໜ່ວຍ ບໍລິຫານຂອງແຂວງຕົນ, ໜ້າທ່ີບົດບາດ, ການເຄື່ອນໄຫວຂອງ ສະພາປະຊາຊົນຂັ້ນຕ່າງໆໃນແຂວງ.