ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມ ມາດາກາດກາ

(VOVWORLD) -ວັນທີ 23 ມີນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ. ມາດາກາດກາ ເປັນເວລາ 3 ວັນ
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມ ມາດາກາດກາ - ảnh 1 ນະຄອນຫຼວງຂອງມາດາກາດກາ

ໃນວັນດຽກັນ, ທີ່ການພົບປະກັບທ່ານ ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ, ທ່ານປະທານສະພາແຫ່ງຊາດ  ມາດາກາດກາ Rakotomamonji ໄດ້ສະແດງຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສະພາແຫ່ງຊາດ 2 ປະເທດ. ທ່ານປະທານສະພາແຫ່ງຊາດ  ມາດາກາດກາ Rakotomamonji ຫວັງວ່າ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, 2 ປະເທດຈະມີໂອກາດພັດທະນາການພົວພັນທາງດ້ານເສດຖະກິດ ແລະ ການຄ້າອີກດ້ວຍ.

    ສ່ວນ ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ຖືວ່າ 2 ປະເທດຊຸກຍູ້ການພົວພັນທາງດ້ານເສດຖະກິດ ແລະ ການຄ້າເພື່ອແນໃສ່ຂຸດຄົ້ນການຮ່ວມມືລະຫວ່າງ 2 ຝ່າຍໃນລະດັບສູງສຸດ, ພິເສດແມ່ນໃນຂົງເຂດຜະລິດກະສີກຳ…

ຕອບກັບ

ຂ່າວ/ບົດ​ອື່ນ