ຄະນະຜູ້ແທນຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດຢ້ຽມຢາມເຂດຮ່ອງຮອຍສົງຄາມເຊີນໝີ,ກວາງຫງາຍ
ຄະນະຜູ້ແທນຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ
ລົງຢ້ຽມຢາມເຂດຮ່ອງຮອຍສົງຄາມ ເຊີນໝີ
(ພາບ: TTXVN)
(vovworld) - ວັນທີ 20/07, ຄະນະຜູ້ແທນຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດລວມ 110 ຄົນໄດ້ເຂົ້າຮ່ວມລາຍການຄ້າຍພັກແລ້ງ ຫວຽດນາມ 2016 ລົງຢ້ຽມຢາມເຂດຮ່ອງຮອຍສົງຄາມ ເຊີນໝີ ຂຶ້ນກັບຕາແສງ ຕິ້ງເຄ ນະຄອນ ກວາງຫງາຍ ແຂວງ ກວາງຫງາຍ. ຄະນະໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນບູຊາອາໄລຫາ ສາມັນຊົນຜູ້ມີໂທດລວມ 504 ຄົນຖືກກອງທັບ ອາເມລິກາ ເຂັ່ນຂ້າໃນວັນທີ 16/03/1968 ແລະ ຢ້ຽມຊົມ ທັດສະນະສຶກສາຢູ່ເຂດດັ່ງກ່າວ. ບັນດາສະມາຊິກໃນຄະນະມີຄວາມສະເທືອນໃຈເມື່ອໄດ້ຊົມບັນດາຮູບພາບທີ່ຮ້າຍກາດຂອງເຫດເຂັ່ນຂ້າດັ່ງກ່າວ. ພາຍຫລັງອອກຈາກແຂວງ ກວາງຫງາຍ ຄະນະຜູ້ແທນຊາວໜຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ກັບຄືນ ດ່າໜັງ ເພື່ອສືບຕໍ່ບັນດາການເຄື່ອນໄຫວຂຶ້ນກັບລາຍການຄ້າຍພັກແລ້ງ.