ຄະນະຜູ້ແທນພັກກອມມູນິດຝຣັ່ງຢ້ຽມຢາມ ຫວຽດນາມ
ທ່ານເລຮົ່ງແອງ ໃຫ້ການຕ້ອນຮັບຄະນະຜູ້ແທນພັກ ກອມມູນິດ ຝຣັ່ງ
(ພາບ: An Đăng - TTXVN)
(vovworld) – ຕອນເຊົ້າວັນທີ 25/10, ທີ່ສຳນັກງານສູນກາງພັກ, ທ່ານ ເລຮົ່ງແອງ , ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຝຣັ່ງ ໂດຍທ່ານນາງ Lydia Samarbakhsh, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນຫົວໜ້າຄະນະ.
ທ່ານ ເລຮົ່ງແອງ ໄດ້ຊົມເຊີຍພັກກອມມູນິດ ຝຣັ່ງ ທີ່ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 36 ສຳເລັດຜົນ, ພ້ອມທັງເນັ້ນໜັກວ່າ: ພັກກອມມູນິດ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບບັນດາພັກອ້າຍນ້ອງ, ເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີພັກກອມມູນິດ ຝຣັ່ງ ເປັນສຳຄັນ. ທ່ານ ເລຮົ່ງແອງ ຖືວ່າ: ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ຝຣັ່ງພວມມີເງື່ອນໄຂພາວະວິໄສເພື່ອນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານ, ພິເສດພາຍຫຼັງ 2 ປະເທດໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ 9 ຜ່ານມາ. ທ່ານ ເລຮົ່ງແອງ ຢືນຢັນວ່າ: ຫວຽດນາມ ສືບຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ.
ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ຄະນະຜູ້ແທນພັກກອມມູນິດ ຝຣັ່ງໄດ້ເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ປຶກສາຫາລືມາດຕະການຕ່າງໆເພື່ອເພີ່ມທະວີການພົວພັນລະຫວ່າງ 2 ພັກ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຝຣັ່ງ.