ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ11ຂອງພັກກອມມູນິດບັງກະລາເທດ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 28 – 31/10, ຢູ່ນະຄອນຫລວງ Dhaka, ພັກກອມມູນິດ ບັງກະລາເຫດ (CPB) ດຳເນີນກອງປະຊຸມໃຫຍ່ຄັ້ງທີ 11 ດ້ວຍການເຂົ້າຮ່ວມຂອງຜູ້ແທນ 350 ທ່ານມາຈາກ 64 ອົງຄະນະພັກໃນທົ່ວປະເທດ ແລະ 12 ຄະນະຜູ້ແທນສາກົນ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ໂດຍທ່ານ ຫງວຽນຕ໋ວນຟອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເປັນຫົວໜ້າຄະນະ ເຂົ້າຮ່ວມ ແລະ ມີບົດກ່າວປາໄສຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່. ໃນບັນດາການພົບປະ, ເຮັດວຽກກັບການນຳພັກກອມມູນິດ ບັງກະລາເທດ, ທ່ານ ຫງວຽນຕ໋ວນຟອງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງຜັນຂະຫຍາຍແນວທາງໂດຍກອງປະຊຸມໃຫຍ່ຄັ້ງທີ 12 ວາງອອກ, ສະພາບການດ້ານເສດຖະກິດ - ສັງຄົມ ຫວຽດນາມ ໃນໄລຍະມໍ່ໆມານີ້, ແນວທາງປ່ຽນໃໝ່ ແລະ ການພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມ; ພ້ອມທັງແລກປ່ຽນບັນດາມາດຕະການ ເພື່ອເພີ່ມທະວີການພົວພັນຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 2 ພັກ, 2 ລັດກ່ວາອີກ.
ສ່ວນທ່ານ Mujahidul Islam Selim ປະທານພັກກອມມູນິດ ບັງກະລາເທດ ແລະ ທ່ານເລຂາທິການໃຫຍ່ Syed Abu Zafar ເນັ້ນໜັກວ່າ: ນ້ຳໃຈສາມັກຄີອັນດີງາມຂອງ 2 ພັກ ແລະ ປະຫວັດ ສາດຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ, ສະໜັບສະໜູນແນວທາງການຕ່າງປະເທດຂອງພັກກອມມູນິດ ຫວຽດນາມ. ພັກກອມມູນິດ ບັງກະລາເທດ ປາດຖະໜາຢາກເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຢ່າງແທດຈິງລະຫວ່າງ 2 ພັກ ກໍ່ຄືປະຊາຊົນ 2 ປະເທດ ຫວຽດນາມ - ບັງກະລາເທດ.