ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ9ເຂົ້າສູ້ສານໄວ້ອາໄລປະທານໂຮ່ຈີມິນ

ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ9ເຂົ້າສູ້ສານໄວ້ອາໄລປະທານໂຮ່ຈີມິນ - ảnh 1
(ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ
ຫວຽດນາມ ເຂົ້າ​ສູ້​ສານ​ໄວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ)

(vovworld) – ​ ​ ​ ​​ຕອນ​ເຊົ້າ​ວັນ​ທີ 06/12, ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຄະນະ​ຈັດ​ຕັ້ງ, ຄະນະ​ແຂ່ງຂັນ - ຍ້ອງຍໍ​ສູນ​ກາງ ​ແລະ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ​ໄດ້​ເຂົ້າ​ສູ້​ສານ​ໄວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ ​ແລະ ວາງ​ພວງ​ມາລາ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​​ໄດ້ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ບົນ​ເສັ້ນທາງ ບັ໋ກ​ເຊີນ. ພວງມາລາ​ຂອງຄະນະ​ນຳ​ມີ​ແຖວໜັງສື “ຮູ້​ບຸນ​ຄູນ​ປະ​ທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ຕະຫລອດ​ໄປ”. ກ່ອນນີ້ 67 ປີ, ວັນ​ທີ 11/6/1948 ປະທານ ​ໂຮ່ຈີ​ມິນ​ ​ໄດ້​ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ, ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ຢ່າງ​ເປັນ​ທາງ​ການ. 67 ປີ​ຜ່ານ​ມາ, ຕາມ​ແນວ​ຄິດ​ຂອງ​​ເພີ່ນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະຊາຊົນ ຫວຽດນາມ ​ໄດ້​ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່​ປະຕິວັດສຳ​​ເລັດ, ນຳ​ສ້າງ​ໄຊຊະນະ​ທີ່ຍິ່ງ​ໃຫຍ່ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ​ໃນ​ການກໍ່ສ້າງ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ.

        ພາຍຫລັງ​ພິທີ​​ໄວ້ອາ​ໄລ​, ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ດຳ​ເນີນ​​ວາລະ​ປະຊຸມ​ກະກຽມ. ຕອນ​ບ່າຍ​ວັນ​ທີ 6/12 ​ດຳ​ເນີນ​ລາຍການ​ຍ້ອງຍໍ, ​ເຊີດ​ຊູ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ​ສ້າງ​ຊົນນະບົດ​ໃໝ່”.

 


ຂ່າວ/ບົດ​ອື່ນ