ຄະນະພັກການທະຫານສູນກາງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ
ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ
(ພາບ: congly.com.vn)
(vovworld) - ຕອນເຊົ້າວັນທີ 13/07 ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັກຕັ້ງກອງປະຊຸມຮັບຮອງເອົາໂຄງການດຳເນີນງານການປະຕິບັດມະຕິກອງປະຊຸມໃຫຍຄັ້ງທີ 12 ຂອງພັກ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ. ພ້ອມກັບການເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ຟ້າມມິງຈີງ.
ກ່າວຄຳເຫັນໄຂກອງປະຊຸມ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງບັນດາບັນຫາທີ່ຄະນະພັກການທະຫານສູນກາງໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ເພື່ອແນໃສ່ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ມະຕິກອງປະຊຸມອົງຄະນະພັກກອງທັບຄັ້ງທີ 10 ເປັນລະອຽດ. ນີ້ແມ່ນບັນດາເນື້ອໃນສຳຄັນ, ກຳນົດທິດໜ້າທີ່, ກຳນົດຫລັກການ, ຂັ້ນຕອນຊີ້ນຳນຳພາຂອງຄະນະພັກການທະຫານສູນກາງ, ຄະນະປະຈຳຄະນະພັກການທະຫານສູນກາງໃນຕະຫລອດອາຍຸການ ໃນທຸກດ້ານວຽກງານຂອງອົງຄະນະພັກກອງທັບ ແລະ ທົ່ວກອງທັບ.