ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມເຮັດວຽກ ຢູ່ອັກຊັງຕິນ

ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມເຮັດວຽກ ຢູ່ອັກຊັງຕິນ - ảnh 1

(ພາບ: vietnamplus.vn)

(vovworld)-  ຄະນະຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ​ໂດຍ​ທ່ານ​ເວື​ອງ​ເທື່ອ​ຟອງ ຮອງ​ຫົວໜ້າ​ຄະນະ​ປະຈຳ​ນຳ​ໜ້າ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ອັກ​ຊັງ​ຕິນ ​ໃນ​ວັນ​ທີ 29-30/7. ​ໃນ​​ໄລຍະ​ຢູ່​ຢ້ຽມຢາມ​ອັກ​ຊັງ​ຕິນ, ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ອັງ​ຊັງ​ຕິນ (PCA) Patricio Echegaray. ສອງ​ຝ່າຍ​ໄດ້​ແລ​ກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ເລຂາທິການ​ໃຫ່ຍ Patricio Echegaray ຢືນຢັນ​ວ່າ  ຍາມ​ໃດ ພັກ​ກອມ​ມູນິດ​ອັງ​ຊັງ​ຕິນ ກໍ່​ຖື​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ສຳຄັນ. ສ່ວນ​ທ່ານ​ເວື​ອງ​ເທື່ອ​ຟອງ ​ເນັ້ນໜັກ​ວ່າ: ພັກ​ກອມ​ມູນິດ​ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ພັກ​ການ​ເມືອງ ລວມທັງ​ພັກ​ກຳ​ອຳນາດ ​ແລະ ພັກ​ກອມ​ມູນິດ​ອັງ​ຊັງ​ຕິນ, ປະກອບສ່ວນ​ຍູ້ແຮງ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ໃນ​ເງື່ອນ​ໄຂ​ໃໝ່, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ….

 

 

 

ຂ່າວ/ບົດ​ອື່ນ