ຄະນະພົວພັນຕ່າງປະເທດສູນກາງພັກພົບປະສັງສັນສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອ

ຄະນະພົວພັນຕ່າງປະເທດສູນກາງພັກພົບປະສັງສັນສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອ - ảnh 1
ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ກາ​ນ​ພົບ​ປະ​ສັງ​ສັນ
(ພາບ: Khánh Linh)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 1/11, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ (1/11/1949 – 1/11/2014). ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​​ສູນ​ກາງ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ບັນ​ດາ​ໄຊ​ຊະ​ນະ​ຂອງ​ການ​ທູດ ແລະ ພາ​ລະ​ກິດ​ຕໍ່​ສູ້, ປ່ຽ​ນ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ. ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ ຮ່​ວາງ​ບິ່ງ​ກວນ, ໃຫ້​ຮູ້​ວ່າ:

        “ພຶດ​ຕິ​ກຳ​ຕົວ​ຈິງ​ປະ​ຫວັດ​ສາດ ແລະ ຊຸມ​ປີ​ຜ່ານ​ມາ​ສະ​ແດງ​ໃຫ້ເຫັນ​ວ່າ: ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ມີ​ທີ່​ຕັ້​ງ​ບົດ​ບາດ​ພິ​ເສດ​ ແລະ ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ກອບ​ການ​ກຳ​ນົດ​ທິດ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ, ປັບ​ປຸງ​ພື້ນ​ຖານ​ການ​ເມືອງ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ແລະ ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ການ​ສະ​ໜັບ​ສະ​ໜູນ, ຄວາມ​ສາ​ມັກ​ຄີ​ຂອງ​ບັນ​ດາ​ກຳ​ລັງ​ໃນ​ໂລກ​ທີ່​ມີ​ຕໍ່​ພາ​ລະ​ກິ​ດ​ປະ​ຕິ​ວັດ​ຂອງ​ພັກ ແລະ ປະ​ຊາ​ຊົນ​ຫ​ວຽດ​ນາມ”

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ​ຊີ້​ແຈ້ງ​ວ່າ:

        “ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຄວນ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ຄົ້ນ​ຄ​້​ວາ, ຄາດ​ຄະ​ເນ​ຍຸດ​ທະ​ສາດ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ໃຫ້​ກົມ​ການ​ເມືອງ​, ຄະ​ນະ​ເລ​ຂາສູນ​ກາງ​ພັກກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດເປັນ​ຢ່າງ​ດີ. ເພີ່ມ​ທະ​ວີ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ເພີ່ມ​ທະ​ວີ​ການ​ຊີ້​ນຳ, ກວດ​ກາ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ແລະ​ ການພົວ​ພັນກັບ​ຕ່າງ​ປະ​ເທດ​​ຂອງບັນ​ດາ​ອົງ​ການ​ພັກ”



ຂ່າວ/ບົດ​ອື່ນ