ຄະນະສະມາຊິກສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສ.ໂອຕຣິດ

ຄະນະສະມາຊິກສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສ.ໂອຕຣິດ - ảnh 1
ທ່ານ​ ຮີ່ງງອກ​ເຊີນ
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ໂອ​ຕຣິດ ​ໃນ​ລະ​ຫວ່າງ​ວັນ​ທີ 11 – 13/9, ຄະນະ​ສະມາ​ຊິກສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ນຳ​ໜ້າ, ​ເຈລະຈາ​ກັບ​ປະທານ​ຜູ້​ທີ 2 ສະພາ​ຕຳ່ ​ໂອ​ຕຣິດ ທ່ານ Karlheinz Kopf ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທີ່​ການ​ເຈລະຈາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ສະ​ເໜີ​ໃຫ້​ສະພາ​ຕຳ່ ​ໂອ​ຕຣິດ ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ​ເລື່ອງ​ບຸລິມະສິດ ODA ສຳລັບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ ຮີ່ງງອກ​ເຊີນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ປາດ​ຖະໜາວ່າ: ສ. ​ໂອ​ຕຣິດ ​ເອົາ​ໃຈ​ໃສ່ກ່ວາ​ອີກ​ເຖິງ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​, ສະໜັບສະໜູນ​ທັດສະນະ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ຄວາມ​ຂັດ​​ແຍ້​ງກັນບົນ​ທະ​ເລ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາ​ຍສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (DOC), ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ກໍ່​ສະ​ເໜີ​ໃຫ້ ​ໂອ​ຕຣິດ ດ້ວຍ​ຖານະ​ເປັນ​ປະ​ເທດ​ມີ​ທ່າ​ແຮງ ​ກ່ຽວ​ກັບ​ກົດໝາຍ​ສາກົນ ​ແບ່ງປັນ​ບົດຮຽນ ​ແລະ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ກົດໝາ​ຍ​ໃຫ້ ຫວຽດນາມ. ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ສ​ະ​ເໜີ​​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສະພາ​ຕຳ່ ​ໂອ​ຕຣິດ ​ເວົ້າ​ສະ​ເພາະ ​ແລະ ລັດຖະສະພາ ​ໂອ​ຕຣິດ ​ເວົ້າ​ລວມ, ສືບ​ຕໍ່​​ເສີມຂະຫຍາຍ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.​.​.​ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ສະ​ເໜີລັດຖະສະພາ ​ໂອ​ຕຣິດ ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຮອບດ້ານ (PCA) ທີ່​ໄດ້​ລົງ​ນາມ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໃນ​ເດືອນ 6/2012 ​ໂດຍ​ໄວ, ຊຸກຍູ້​ເພື່ອ​​ໃຫ້ສັນຍາການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ສາມາດ​ສິ້ນ​ສຸດ​ໃນ​ເດືອນ 10/2014, ສະໜັບສະໜູນ​ເລື່ອງ ອີ​ຢູ ຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ