ຄະນະສາສະໜາລັດຖະບານໄປອວຍພອນສາດສະດາ ສະມາຄົມພຸດທະສາສະໜາຫວຽດນາມ
ບຸນວັນເພັງເດືອນ 7 ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ລວງລັບ |
(vovworld)- ຕອນບ່າຍວັນທີ 13/8 ຄະນະສາສະໜາລັດຖະບານຫວຽດນາມໂດຍທ່ານຮອງຫົວໜ້າຄະນະສາສະໜາລັດຖະບານ ເຢືອງງອກເຕີ້ນນຳໜ້າ ໄດ້ໄປຢ້ຽມຢາມ ແລະ ອວນພອນ ພະອາຈານມະຫາ ທິກໂຝເຕະ, ສາດສະດາ ສະມາຄົມພຸດທະສາສະໜາຫວຽດນາມ ເນື່ອງໃນໂອກາດບຸນວັນເພັງເດືອນ 7 ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ລວງລັບ. ທ່ານເຢືອງງອກເຕີ້ນ ໄດ້ອວຍພອນ ສາດສະດາ ພ້ອມກັບຜູ້ມີຍົດສັກຕຳແໜ່ງໃນສະມາຄົມພຸດທະສາສະໜາຫວຽດນາມ ແລະ ຢືນຢັນວ່າ ພັກ, ລັດຍາມໃດກໍຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມພຸດທະສາສະໜາຫວຽດນາມ, ເປັນຕົ້ນແມ່ນໃນວຽກງານສັງຄົມ, ການສຶກສາ ແລະ ກໍ່ສ້າງມະນຸດ. ທ່ານຮອງຫົວໜ້າຄະນະສາສະໜາລັດຖະບານ ເຢືອງງອກເຕີ້ນຍັງສະແດງຄວາມຫວັງວ່າ ພາຍໃຕ້ການນຳພາຂອງ ສາດສະດາ, ສະມາຄົມພຸດທະສາສະໜາຫວຽດນາມຈະຕັ້ງໜ້າເສີມຂະຫຍາຍບັນດາມູນເຊື້ອອັນດີງາມ, ກໍ່ສ້າງ ສະມາຄົມພຸດທະສາສະໜາຫວຽດນາມໃຫ້ນັບມື້ນັບເຂັ້ມແຂງ ແລະ ພັດທະນາ.