ຄະນະສຳຫລວດສູນກາງພັກ ເຮັດວຽກຢູ່ ແຂວງ ເທື່ອທຽນເຫ້ວ ແລະ ກວາງຈີ້

ຄະນະສຳຫລວດສູນກາງພັກ ເຮັດວຽກຢູ່ ແຂວງ ເທື່ອທຽນເຫ້ວ ແລະ ກວາງຈີ້ - ảnh 1
ພາບປະກອບ

(vovworld) -  ວັນທີ 29/5, ຄະນະສຳຫລວດລະຫວ່າງຂະແຫນງກ່ຽວກັບວຽກງານ​ໂຄສະນາ​ເຂດ​ທະ​ເລ, ໝູ່​ເກາະ ​ແລະ ຂີດ​ເສັ້ນປັກ​ຫລັກ​ໝາຍ​ຊາຍ​ແດນ ຂອງ​ສູນ​ກາງ ​ໂດ​ຍ່ທ່ານ Dang Cong Minh ຮອງຫົວຫນ້າ​ກົມ​ການ​ຂ່າວ​ຕໍ່​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ສັງກັດຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ​ເປັນ​ຫົວຫນ້າ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່ ​ເມືອງ​ພູດ​ອຍ A Luoi ​ແຂວງ Thua Thien Hue ​ແລະ ກວດກາ​ສະພາບ​ຕົວ​ຈິງ​​ເອົາຫລັກ​ໝາຍ​ 666 ຢູ່​ດ່ານ​ຊາຍ​ແດນ S 10 Adot Tavang. ​ໃນ​ໄລຍະ​ຜ່ານ​ມາ, ​ເມືອງ A luoi ປະຕິບັດ​ວຽກ​ງານ​ໂຄສະນາ, ສຶກສາ ​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຈຸດໝາຍ, ຫນ້າ​ທີ່ ​ແລະ ຄວາ​ມຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງງານ​ຂີ​ດ​ເສັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນ, ຜ່ານ​ນັ້ນ ປະກອບສ່ວນ​ຍູ້​​ແຮງ​ລະດັບ​ຄວາມ​ໄວ​ໃນ​ການ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫລັກ​ໝາຍ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ ​ແລະ ລາວ. ກ່າວ​ຄຳ​ເຫັນ​ນະ​ການ​ເຮັດ​ວຽກ, ທ່ານ Dang Cong Minh ຖື​ວ່າ: ​ເພື່ອ​ປະຕິບັດ​ວຽກ​ງານ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ອະທິ​ດປະ​ໄຕ​ເຂດ​ຊາຍ​ແດນ​ທາງ​ບົກ ​ແລະ ທະ​ເລ,​ ໝູ່​ເກາະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ​ເມືອງ A Luoi ຄວນ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາກ່ຽວ​ກັບ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກວ່າອີກ, ​ເປັນ​ຕົ້ນ​ສຳລັບ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເພື່ອ​ປົກ​ປັກ​ຮັກສາ​ອະທິ​ດປະ​ໄຕ, ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ບໍລິ​ເວນ​ເມືອງ A Luoi.

​ແລະ​ໃນ​ຕອນ​ເຊົ້າ​ວັນ​ທີ 3/5, ​ແຂວງ ກວາງ​ຈີ້ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ຈັດ​ຕັ້ງ​ການ​ສົນທະນາ​ຫາລື ກ່ຽວ​ກັບ​ວຍກງານ​ໂຄສະນາ​ທະ​ເລ, ໝູ່​ເກາະ ​ແລະ ປັກ​ຫຼັກໝາຍ​ຊາຍ​ແດນ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ​, ທ່ານ Dang Cong Vinh ກ່າວ​ວ່າ:

“ຍາ​ມ​ໃດ​ພວກ​ເຮົາ​ກໍ​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ​ໂຄສະນາ, ນັບທັງ​ທະ​ເລ​ໝູ່​ເກາະ ກໍ​ຄື​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ. ພິ​ເສດ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ ໂຄສະນາ​ດ້ວຍ. ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ວຽກ​ງານ​ໂຄສະນາ​ເຖິງ​ຫຼາຍ​ເປົ້າ​ໝາຍ, ນັບ​ທັງ​ຜູ້​ມີ​ຍົດ​ຖະ​ບັນດາສັກ, ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ, ບັນດາ​​ແຜນນະ​ໂຍບາຍຂອງ​ພັກ, ລັດ ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ​ແລະ ການປັກ​ຫຼັກ​ໝາຍ​ຊາຍ​ແດນ”

 

ຂ່າວ/ບົດ​ອື່ນ