ຄະນະເຈລະຈານິວເຄຼຍອີຣານ-IAEAມີຄວາມຄືບໜ້າ

ຄະນະເຈລະຈານິວເຄຼຍອີຣານ-IAEAມີຄວາມຄືບໜ້າ - ảnh 1
ທ່ານ Yukiya Amano ແລະ ທ່ານ ປະທານາທິບໍດີ ອີຣານ Hassan Rouhani
(ພາບ: AFP/TTXVN)

(vovworld) – ການ​ເຈລະຈາ​ໄລຍະ​ມໍ່​ໆ​ມາ​ນີ້​ລະຫວ່າງ ອີຣານ ​ແລະ ອົງການ​ພະ​ລັງ​ງານ​ປະລະມານູ​ສາກົນ (IAEA) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ ອິດສະ​ລາມ ນີ້​ພວມ​ຄືບ​ໜ້າ ​ແລະ ມີ​ລັກສະນະ​ສ້າງສັນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່​ນສັນຍານ​ດີ​ພໍ​ສົມຄວນ​ໃນ​ວິວັດທະນາ​ການ​ຫັນ​​ສຳ​ເນົາ​ເອກະສານ​ທີ່​ເຄີຍ​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອຳນາດ​ການ​ປົກຄອງ ​ເຕ​ເຮ​ຣານ ກັບ​ອົງການ​ພະລັງງານ​ຂອງ ສປຊ ນີ້​ເປັນ​ກະຈ່າງ​ແຈ້ງ. ກ່າວ​ຄຳ​ເຫັນ​ກັບວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 20/8, ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີ​ຣານ Marzeih Afkham ຊີ້​ແຈ້ງວ່າ: ການ​ຮ່ວມ​ມື​ລະຫວ່າງ ອີຣານ ​ແລະ IAEA  ພວມ​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມຢາມ​ປະ​ເທດ​ນີ້​ຂອງ​ທ່ານ​ຜູ້ອຳນວຍການ​ໃຫຍ່ IAEA ທ່ານ Yukiya Amano ​​ເມື່ອ​ວັນ​ທີ 17/8 ຜ່ານ​ມາ. ຕາມ​ທ່ານ​ນາງ​ແລ້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ວິວັດທະນາ​ການ​ໂດຍ​ອີງ​ໃສ່​​ການ​ເຈລະຈາຕ່າງໆ​ທີ່​ພວມ​ດຳ​ເນີນ​ໄປ ​ເພື່ອ​ແນ​ໃສ່​ລົບ​ລ້າງ​ບັນດາ​ບັນຫາ​ທີ່​ຍັງ​ບໍ່​ທັນ​ຈະ​ແຈ້ງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ. ທ່ານ​ນາງ Afkham ​ເນັ້ນ​ໜັກ​ວ່າ: ລັດຖະບານ ອີຣານ ຕັດສິນ​ໃຈ​ຮ່ວມ​ມື​ກັບ IAEA ​ແລະ ຫວັງ​ວ່າການ​ເຈລະຈາ​ຈະ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ, ມຸ່​ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າ​ງ​ເທື່ອ​ລະ​ກ້າວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ທ່ານ​ນາງໂຄສົກຜູ້​ນີ້​ກໍ່​ຮຽກຮ້ອງ​ໃຫ້ IAEA ຢຸດຕິ​ການ​ຫັນ​ການ​ເຈລະຈາຕ່າງໆກັບ ອີຣານ ​ເປັນບັນຫາ​ການ​ເມືອງ.



ຂ່າວ/ບົດ​ອື່ນ