(vovworld) - ຕອນເຊົ້າວັນທີ 17/01, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມຜູ້ລາຍງານບັນດາແຂວງ, ນະຄອນທາງພາກເໜືອ, ບັນດາອົງການ, ອົງຄະນະພັກສັງກັດສູນກາງ, ສະຫຼຸບວຽກງານໂຄສະນາດ້ວຍປາກຕໍ່ປາກປີ 2012, ຜັນຂະຫຍາຍໜ້າທີ່ປີ 2013. ກອງປະຊຸມໄດ້ຍົກອອກບັນດາໜ້າທີ່ລະອຽດ ເພື່ອແນໃສ່ປະຕິບັດທິດທາງລວມຂອງວຽກງານໂຄສະນາດ້ວຍປາກຕໍ່ປາກປີ 2013 ນັ້ນ ແມ່ນຄົ້ນຄວ້າ, ຊາບຊືມການໂຄສະນາ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ, ເປັນເສນາທິການ, ສະເໜີ ແລະ ຈັດຕັ້ງການປະຕິບັດບັນດາມະຕິຂອງກອງປະຊຸມສູນກາງຊຸດທີ 11, ບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງກົມການເມືອງ, ຄະນະເລຂາ, ບັນດາມະຕິ ແລະ ກອງປະຊຸມຂອງສະພາແຫ່ງຊາດຊຸດທີ 13. ທ່ານ ບຸຍເທ໋ດຶກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ.
“ວຽກງານຂອງຜູ້ລາຍງານ ແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເປັນເອກະພາບຄວາມໄວ້ເນື້ອເຊື່ອໃຈໃນພັກ, ໃນໝູ່ປະຊາຊົນ ແລະ ປະຊາຊົນທຸກຊັ້ນວັນນະ. ບັນຫາທະເລຕາເວັນອອກໃນປີ 2013 ນີ້ ແນ່ນອນວ່າຍັງມີຄວາມສັບສົນກວ່າອີກ, ພວກເຮົ້າຕ້ອງຊາບຊືມ 2 ຄວາມຮຽກຮ້ອງຍຸດທະສາດຂອງພັກ, ລັດ ແມ່ນເຮັດໃຫ້ທົ່ວພັກ, ທົ່ວປວງຊົນຮັບຮູ້ຢ່າງຈະແຈ້ງວ່າ ການຮັກສາເອກະລາດຜືນແຜ່ນດິນຢ່າງຄົບຖ້ວນ ແລະ ຮັກສາສະພາບສັນຕິພາບ, ສະຖຽນລະພາບຢ່າງໝັ້ນຂົງແມ່ນເພື່ອພັດທະນາປະເທດຊາດ”.