ຄະນະໂຄສະນາສຶກສາສູນກາງສະຫຼຸບວຽກງານປີ2015

ຄະນະໂຄສະນາສຶກສາສູນກາງສະຫຼຸບວຽກງານປີ2015 - ảnh 1
(ຄະນະໂຄສະນາສຶກສາສູນກາງສະຫຼຸບວຽກງານປີ2015)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ປ​ີ 2015 ແລະ ຜັນ​ຂະ​ຫຍາຍ​ທິດ​ທາງ, ໜ​້າ​ທີ່ປີ 2016. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ດິງ​ເທ​ຮີນ ຖື​ວ່າ, ໃນ​ປີ​ຜ່ານ​ມາ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ມີ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ໃນ​ການ​ກຳ​ແໜ້ນ​ສະ​ພາບ​ແນວ​ຄິດ ແລະ ຫາງ​ສຽງ​ສັງ​ຄົມ; ຕິດ​ພັນ​ກັບ​ທັດ​ສະ​ນະ​ຂອງ​ພັກ, ຮັບ​ປະ​ກັນ​ແນວ​ຄິດ, ​ໂຄ​ສະ​ນາ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳສັງ​ຄົມ. ສຳ​ລັບ​ປີ 2016, ທ່ານ ດິງ​ເທ​ຮີນ ສະ​ເໜີ​ວ່າ.

      “ປີ 2016, ເຊິ່ງ​ແມ່ນ​ປີ​ທີ່​ພວກ​ເຮົາ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ, ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປ​ະ​ເທດ ແມ່ນ​ໜ້າ​ທີ່​ຜັນ​ຂະ​ຫຍາຍຊາບ​ຊຶມ​ການ​ຮ່ຳ​ຮຽນ, ຄົ້ນ​ຄວ້າ ແລະ ມະ​ຕິ​ຂອງ​ພັກ. ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ອັນ​ດັບ​ໜຶ່ງ. ສະ​ນັ້ນ, ຂ​້າ​ພະ​ເຈົ້າ​ສະ​ເໜີ​ຕ້ອງ​ປ່ຽນ​ໃໝ່​ເນື້ອ​ໃນ​ວຽ​ກ​ງານ​ໂຄ​ສະ​ນາສຶກ​ສາ. ພ້ອມ​ທັງ​ຊ​າບ​ຊຶມ, ເຜີຍ​ແຜ່​ໂຄ​ສະ​ນາ​ຂົນ​ຂວາຍ​ເພື່ອ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ ແມ່ນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ. ເລື່ອງ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ ແມ່ນ​ວຽກ​ງານ​ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ, ສຳ​ຄັນ​ຂອງ​ບັນ​ດ​າ​ທ້ອ​ງ​ຖິ່ນ, ອົງ​ການ, ອົງ​ການ​ຈັດ​ຕັ້ງ​ພັກ ແລະ ສະ​ມາ​ຊິກ​ພັກ.”

ຂ່າວ/ບົດ​ອື່ນ