ຄ້າຍພັກແລ້ງ ຫວຽດນາມ 2018: ຂະບວນການ “15 ປີແຫ່ງການເຊື່ອມຕ່ໍກັບອ້ອມແຂນໃຫຍ່”

(VOVWORLD) - ຂະບວນການກັບມາຢາມບ້ານເກີດເມືອງນອນຂອງໄວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດປີນີ້ແມ່ນເລີ່ມຕົ້ນຂຶ້ນຈາກ ວິຫານ ຮູ່ງ, ແຂວງ ຝູເທາະ - ເຊິ່ງແມ່ນກົກເຄົ້າເຫງົ້າກໍຂອງປະເທດຊາດ
ຄ້າຍພັກແລ້ງ ຫວຽດນາມ 2018: ຂະບວນການ “15 ປີແຫ່ງການເຊື່ອມຕ່ໍກັບອ້ອມແຂນໃຫຍ່” - ảnh 1ພາບປະກອບ

ໂດຍສືບຕໍ່ຜົນສຳເລັດຂອງບັນດາຄ້າຍພັກແລ້ງສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນຊຸມປີຜ່ານມາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສືບຕໍ່ຈັດຕັ້ງຄ້າຍພັກແລ້ງ ຫວຽດນາມ 2018 ດ້ວຍຫົວຂໍ້ວ່າ “15 ປີແຫ່ງການເຊື່ອມຕໍ່ກັບອ້ອມແຂນໃຫຍ່” ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 120 ຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ຂະບວນການກັບມາຢາມບ້ານເກີດເມືອງນອນຂອງໄວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດປີນີ້ແມ່ນເລີ່ມຕົ້ນຂຶ້ນຈາກ ວິຫານ ຮູ່ງ, ແຂວງ ຝູເທາະ - ເຊິ່ງແມ່ນກົກເຄົ້າເຫງົ້າກໍຂອງປະເທດຊາດ.

        ໃນບົດກ່າວຄຳເຫັນໄຂຄ້າຍພັກແລ້ງໃນວັນທີ 12 ກໍລະກົດຢູ່ ຝູເທາະ, ທ່ານ ຫວູຮົ່ງນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເນັ້ນໜັກວ່າ:

        “ໃນຊຸມປີຜ່ານມາ, ຈັດຕັ້ງຄ້າຍພັກແລ້ງແຕ່ລະເທື່ອແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມ, ລູກຫຼານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມ, ທັດສະນະສຶກສາຢູ່ບັນດາເຂດພາກຂອງປະເທດ. ຊາວໜຸ່ມລຸ້ນກ່ອນແມ່ນຂົວເຊື່ອມຕໍ່ລະຫວ່າງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ, ນຳທີ່ຕັ້ງບົດບາດຂອງ ຫວຽດນາມ ຂຶ້ນສູງກ່ວາໃນເວທີສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ