(vovworld) - ວັນທີ 03/01, ໂດຍຕາງໜ້າຄະນະເລຂາສູນກາງພັກກອມມູນິດຫວຽດນາມ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ, ໄດ້ເຊັ່ນປະກາດມະຕິກ່ຽວກັບການຜັນຂະຫຍາຍການປະຕິບັດລັດຖະທຳມະນູນແຫ່ງ ສສ ຫວຽດນາມ. ເຊິ່ງຕາມນັ້ນແລ້ວ, ວັນທີ 28/11/2013, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ຮັບຮອງເອົາລັດຖະທຳມະນູນປະເທດ ສສ ຫວຽດນາມ, ທີ່ມີຜົນສັກສິດນັບແຕ່ວັນທີ 01/01/2014 ເປັນຕົ້ນໄປ. ລັດຖະທຳມະນູນແມ່ນເອກະສານສຳຄັນພິເສດ, ສ່ອງແສງໃຫ້ເຫັນເຈດຈຳນົງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ສ້າງພື້ນຖານດ້ານການເມືອງ, ກົດໝາຍທີ່ໝັ້ນຄົງໃນພາລະກິດສ້າງສາ ແລະ ປົກປັກຮັກສາ, ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດໃນໄລຍະໃໝ່. ເລື່ອງຜັນຂະຫຍາຍລັດຖະທຳມະນູນ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງທົ່ວລະບົບການເມືອງ, ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ.
ຄະນະເລຂາໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການຍຸຕິທຳ, ບັນດາກະຊວງ, ຂະແໜງການຢູ່ຂັ້ນສູນກາງ, ຄະນະພັກແຂວງ, ຄະນະກຳມະການແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ ຈັດຕັ້ງການຊາບຊືມ ແລະ ຊີ້ນຳ, ກະຕຸກຊຸກຍູ້ບັນດາອົງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ປະຕິບັດໜ້າທີທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ ຕາມມະຕິຂອງສະພາແຫ່ງຊາດທີ່ກຳນົດບາງຂໍ້ປະຕິບັດລັດຖະທຳມະນູນປະເທດ ສສ ຫວຽດນາມ ແລະ ແຜນການຈັດຕັ້ງການຜັນຂະຫຍາຍລັດຖະທຳມະນູນຂອງຄະນະປະຈຳສະພາແຫ່ງຊາດ, ຮີບເຮັ່ງສ້າງແຜນການຜັນຂະຫຍາຍການປະຕິບັດລັດຖະທຳມະນູນຂອງອົງການ, ອົງການຈັດຕັ້ງຂອງຕົນ.